ຄະນະປະຕິບັດງານລັດຖະບານ ຊີຣີ ປະຕິເສດການເຈລະຈາກັບຝ່າຍຄ້ານທີ່ການເຈລະຈາສັນຕິພາບ ເຊີແນວ

(VOVWORLD) -Damascus ຈະບໍ່ເຂົ້າຮ່ວມ ການເຈລະຈາໃດໆກັບຝ່າຍຄ້ານ ຈົນເຖິງເວລາກຳລັງນີ້ ຍັງຮຽກຮ້ອງທ່ານປະທານາທິບໍດີ Bashar al Assad ລາອອກຈາກຕຳແໜ່ງ.
ຄະນະປະຕິບັດງານລັດຖະບານ ຊີຣີ ປະຕິເສດການເຈລະຈາກັບຝ່າຍຄ້ານທີ່ການເຈລະຈາສັນຕິພາບ ເຊີແນວ - ảnh 1ຫົວໜ້າຄະນະປະຕິບັດງານລັດຖະບານ ຊີຣີ ທ່ານ Bashar Ja afari (ພາບ: THX/TTXVN)

ວັນທີ 14 ທັນວາ, ຫົວໜ້າຄະນະປະຕິບັດງານລັດຖະບານ ຊີຣີ ເຂົ້າຮ່ວມວິວັດທະນາການສັນຕິພາບຢູ່ ເຊີແນວ ປະເທດ ສະວິດ ທ່ານ Bashar Ja afari ໃຫ້ຮູ້ວ່າ: Damascus ຈະບໍ່ເຂົ້າຮ່ວມ ການເຈລະຈາໃດໆກັບຝ່າຍຄ້ານ ຈົນເຖິງເວລາກຳລັງນີ້ ຍັງຮຽກຮ້ອງທ່ານປະທານາທິບໍດີ Bashar al Assad ລາອອກຈາກຕຳແໜ່ງ.

ຄຳວິຈານດັ່ງກ່າວຂອງທ່ານ Bashar Ja afari ໄດ້ຍົກອອກມາ ໃນສະພາບຮອບເຈລະຈາສັນຕິພາບທີ 8 ກ່ຽວກັບ ຊີຣີ ຍັງບໍ່ທັນບັນລຸໄດ້ຄວາມຄືບໜ້າຈະແຈ້ງໃດ. ທ່ານ Bashar Ja afari ຕຳໜິຕິຕຽນອັນທີ່ເອີ້ນວ່າ ແຈ້ງການ Riyadh ຂອງຝ່າຍຄ້ານທີ່ຍົກອອກມາຢູ່ ອາຣັບບິ ຊະອຸດິ ກ່ອນທີ່ດຳເນີນຮອບເຈລະຈາສັນຕິພາບ, ໃນນັ້ນ ຊີ້ແຈ້ງວ່າ ເປົ້າໝາຍສຳຄັນທີ່ສຸດຂອງຝ່າຍຄ້ານແມ່ນ ທ່ານປະທານາທິບໍດີ Bashar al Assad ຕ້ອງລາອອກຈາກຕຳແໜ່ງ ເມື່ອວິວັດທະນາການດ້ານການເມືອງຢູ່ ຊີຣີ ເລີ່ມຕົ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ