ຄະນະປະຕິບັດງານສະຫະປະຊາຊາດຫລຸດຜ່ອນຈຳນວນພາລະກອນການດ້ານທະຫານຢູ່ Darfur

(VOVWORLD) - ວັນທີ 22 ຕຸລາ, ຄະນະປະຕິບັດງານ ສະຫະປະຊາຊາດຢູ່ Darfur (UNAMID) ປະກາດວ່າ ສະຫະປະຊາຊາດຈະຫລຸດຜ່ອນຈຳນວນພາລະກອນດ້ານການທະຫານຢູ່ Darfur, ພາກຕາເວັນຕົກ ຊູດັງ

ລົງຕາມມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ເຊິ່ງຫາກໍ່ໄດ້ຮັບການຮັບຮອງເອົາ. ຈຳນວນພາລະກອນການທະຫານທັງໝົດປະມານ 1.440 ຄົນ ແລະ ຕຳຫລວດ 240 ຄົນແມ່ນໄດ້ຮັບການຫລຸດຜ່ອນ. ທ່ານ Ashraf Eissa ໂຄສົດຂອງ UNAMID ຖະແຫຼງວ່າ, 2 ກອງພັນຂອງຄະນະປະຕິບັດງານສະຫະປະຊາຊາດ ລວມມີບັນດາພາລະກອນດ້ານການທະຫານເປັນຊາວ ນີເຊເຣຍ ແລະ ປາກິດສະຖານ ຢູ່ Darfur ຈະຖືກຫລຸດຜ່ອນ, ແຕ່ລະກອງພັນແມ່ນ 720 ຄົນ. ທ່ານ Ashraf Eissa ຖືວ່າ: ໄລຍະທີ່ໜຶ່ງ ຂອງວິວັດການສ້າງໂຄງປະກອບຄືນໃໝ່ຢູ່ທ້ອງຖິ່ນນີ້ ຄາດວ່າ ຈະປະຕິບັດສຳເລັດໃນເດືອນ ມັງກອນ ປີ 2018.

ຕອບກັບ

ຂ່າວ/ບົດ​ອື່ນ