ຄະນະປະຕິບັດງານເສດຖະກິດເຂດFlanders-Bruxelles(ແບນຊິກ)ຊອກຫາໂອກາດຮ່ວມມືລົງທຶນຢູ່ຫວຽດນາມ

ຄະນະປະຕິບັດງານເສດຖະກິດເຂດFlanders-Bruxelles(ແບນຊິກ)ຊອກຫາໂອກາດຮ່ວມມືລົງທຶນຢູ່ຫວຽດນາມ - ảnh 1
ພິທີລົງນາມບົດບັນທຶກຊ່ວຍຈຳ
(ພາບ: TTXVN)

(vovworld) - ວັນ​ທີ 06/12 ທ່ານ ​ເລ​ວັນ​ຄວາ ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ປະຕິບັດ​ງານ​ເສດຖະກິດ​ເຂດ Flanders-Bruxelles (​ແບນ​ຊິກ) ​ໂດຍ​ທ່ານ​ນາງ Jehanne Roccas ​ເອກ​ອັກຄະ​ລັດຖະທູດ​ລາຊະ​ອານາ​ຈັກ ​ແບນ​ຊິກ ປະຈຳ ຫວຽດນາມ ນຳ​ໜ້າ ທີ່​ພວມ​ຢູ່​ຢ້ຽມຢາມ​ຊອກ​ຫາ​ກາລະ​ໂອກາດ​ການ​ຮ່ວມ​ມື​ລົງທຶນ​ຢູ່ ຫວຽດນາມ. ທ່ານ ​ເລ​ວັນ​ຄວາ ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ຢືນຢັນ​ວ່າ: ອຳນາດ​ການ​ປົກຄອງ​ນະຄອນ​ສະໜັບສະໜູນ ​ແລະ ສ້າງ​ທຸກ​ເງື່ອນ​ໄຂສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ​ເຂດ Flanders-Bruxelles ​ແລະ ບັນດາ​ທ້ອງຖິ່ນ​ອື່ນໆ​ຂອງ ​ແບນ​ຊິກ ​ເຂົ້າ​ມາ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ຍາວ​ນານ​ຢູ່​ນະຄອນ, ພິ​ເສດ​ແມ່ນ​ໃນ​ບັນດາ​ຂົງ​ເຂດ ​ຊຶ່ງ​ນະຄອນ​ມີ​ຄວາມ​ສົນ​ໃຈ​ຄື: ການທ່ອງທ່ຽວ, ຕ້ານ​ນ້ຳ​ຖ້ວມ, ກຳຈັດສິ່ງ​ເສດ​ເຫຼື​ອ, ​ພັດທະນາ​ການ​ຄົມມະນາຄົມ​ສາ​ມາ​ລະນະ, ພະລັງງານ​ສະອາດ ​ແລະ ການ​ເຕີບ​ໂຕ​ຂຽວ.

        ສ່ວນ​ທ່ານ​ນາງ Jehanne Roccas ​ເນັ້ນ​ໜັກ​ວ່າ: ຄະນະ​ປະຕິບັດ​ງານ​ລວມມີ ບັນດາ​ເຈົ້າ​ໜ້າ​ທີ່​ຮັບຜິດຊອບ​ຂົງ​ເຂດ​​ເສດຖະກິດ​ ​ແລະ ວິ​ສາ​ຫະກິດ​ໃຫຍ່ 27 ​ແຫ່ງ ທີ່​ມີ​ອິດ​ທິພົນ​ຊື່​ສຽງ​ຂອງ​ເຂດ Flanders-Bruxelles ມີ​ຄວາມສົນ​ໃຈ​ທີ່​ສຸດ ​ແລະ ​​​ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ສະພາບ​ແວດ​ລ້ອມ​​ແຫ່ງ​ການ​ລົງທຶນ​ຂອງ​ນະຄອນ ​ໂຮ່ຈີ​ມິນ. ບັນດາ​ວິ​ສາ​ຫະກິດ ​ແບນ​ຊິກ ມາ ຫວຽດນາມ ຄັ້ງ​ນີ້ ພ້ອມ​ແລ້ວ​ຈະ​ແບ່ງປັນ​ກັບ​ນະຄອນ ​ໂຮ່ຈີ​ມິນ ກ່ຽວ​ກັບ​ບົດຮຽນ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ວິວັດທະນາ​ການ​ພັດ​ທະ​ນາ​ຕົວ​ເມືອງ​ຄື: ຄຸ້ມ​ຄອງ​ແຫຼ່ງນ້ຳ, ກຳ​ຈັກ​ສິ່ງ​ເສດ​ເຫຼືອ, ພັດທະນາ​ຕົວ​ເມືອງ​ແບບ​ຍືນ​ຍົງ.

 

 

ຂ່າວ/ບົດ​ອື່ນ