ຄະນະຜູ້ຕາງຫນ້າຫວຽດນາມຢູ່ເຊີແນວສົ່ງສານການທູດຄັດຄ້ານການກະທຳທີ່ຜິດກົດໝາຍຂອງຈີນຢູ່ທະເລຕາເວັນອອກ

ຄະນະຜູ້ຕາງຫນ້າຫວຽດນາມຢູ່ເຊີແນວສົ່ງສານການທູດຄັດຄ້ານການກະທຳທີ່ຜິດກົດໝາຍຂອງຈີນຢູ່ທະເລຕາເວັນອອກ - ảnh 1
ກຳປັ່ນກວດກາການປະມົງຂອງຫວຽດນາມຖືກເປ່ເພ
ຍ້ອນກຳປັ່ນຈີນຕຳໃສ່
ພາບ:http://vnexpress.net


(vovworld)-​ ວັນ​ທີ 5/6,​ຄະນະ​ຜູ້ຕາງຫນ້າ​ຫວຽດນາມ​ຢູ່ ສປຊ, ອົງການ​ການ​ຄ້າ​ໂລກ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ອື່ນ ຢູ່ ​ເຊີ​ແນວ​ ປະ​ເທດ ສະ​ວິດ ​ໄດ້​ສົ່ງ​ສານ​ການ​ທູດ​ຄັ້ງ​ທີ 2​ ​​ເຖິງ​ຄະນະ​ຜູ້​ຕາງຫນ້າ​ຂອງ​ປະຊາ​ຊາດ ປະຈຳ​ເຊີ​ແນວ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ ຢູ່ ສະ​ວິດ ​ໂດຍ​ແຈ້ງ​ສະພາບ​ການ​ກ່ຽວ​ກັບ​ກໍລະ​ນີ ຈີນ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ຢ່າງ​ຜິດ​ກົດໝາຍ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ເກາະ​ຜິດ​ຂອງ​ກຳ​ປັ່ນ ຈີນ ຢູ່ ​ບໍລິ​ເວນ​ທີ່​ນອນ​ໃນ​ເຂດ​​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫລ່​ທະວີບ​ຂອງ​ຫວຽດນາມ.

ຄະນະ​ຜູ້ຕາງຫນ້າ​ຫວຽດນາມ ​ເດັດດ່ຽວ​ປະຕິ​ເສດ​ບັນດາ​ຖ້ອຍ​ທຳນອງ​ກ່າວ​ຕູ​ຫາ, ​ເສກ​ສັນ​ປັ້ນ​ແຕ່ງ​ຢ່າງ​ເປີດ​ແປນຂອງ​ຝ່າຍ​ຈີນ​ທີ່​ໄດ້​ກ່າວ​ມາ​ໃນ​ສານ​ການ​ທູດ ຊື່​ງຄະນະ​ຜູ້ຕາງຫນ້າ​ຂອງ​ຈີນ ສົ່ງ​ເຖິງ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ ​ແລະ ຄະນະ​ຜູ້ຕາງຫນ້າ​ປະຊາ​ຊາດ ຢູ່ ​ເຊີ​ແນວ ​ໃນ​ວັນ​ທີ 2/6.



ຂ່າວ/ບົດ​ອື່ນ