ຄະນະຜູ້ຕາງຫນ້າຫວຽດນາມຢູ່ເຊີແນວສົ່ງແຈ້ງຂ່າວກ່ຽວກັບສະພາບການຢູ່ທະເລຕາເວັນອອກຂຶ້ນສປຊ

ຄະນະຜູ້ຕາງຫນ້າຫວຽດນາມຢູ່ເຊີແນວສົ່ງແຈ້ງຂ່າວກ່ຽວກັບສະພາບການຢູ່ທະເລຕາເວັນອອກຂຶ້ນສປຊ - ảnh 1
ກຳປັ່ນຈີນ ສະກັດກັ້ນກຳປັ່ນຫວຽດນາມ


(vovworld) - ວັນ​ທີ 20/5, ຄະນະ​ຜູ້​ຕາງຫນ້າ​ຫວຽດນາມ​ປະຈຳ​ສປຊ, ອົງການ​ການ​ຄ້າ​ໂລກ(WTO) ​ແລະ ອົງການ​ຈັດ​ຕັ້ງ​ສາກົນ​ອື່ນ ຢູ່ ​ເຊີ​ແນວ ປະ​ເທດ​ສະ​ວິດ ​ໄດ້​ອອກ​ແຈ້ງ​ຂ່າວ​ກ່ຽວ​ກັບ​ບັນດາ​ການ​ຜັນ​ແປ​ໃນ​ໄລຍະ​ມໍ່ໆ​ມາ​ນີ້ ຢູ່ ທະ​ເລ​ຕາ​ເວັນ​ອອກ ​ແລະ ສົ່ງ​ເຖິງ​ຫ້ອງການ ສປຊ ຢູ່​ ​ເຊີ​ແນວ, ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ພ້ອມ​ກັບ​ບັນດາ​ອົງການ​ສື່ສານ​ມີ​ສຳນັກງານ​ຕັ້ງ​ຢູ່ ​ເຊີ​ແນວ. ​ແຈ້ງ​ຂ່າວ ຊີ້​ແຈ້ງ​ວ່າ: ​ເລື່ອງ​ຈີນ​ນຳ​ຮ້ານ​ເຈາະ​ນ້ຳມັນ​ເຂົ້​າ​ເຄື່ອນ​ໄຫວ​ຢູ່​ໄຫລ່​ທະວີບ ​ແລະ ​ເຂດ​ເສດຖະກິດ​ຈຳ​ເພາະ​ຂອງ​ຫວຽດນາມ​ແມ່ນ​ການ​ກະທຳ​ລະ​ເມີດ​ອະທິປະ​ໄຕ, ສິດ​ອະທິປະ​ໄຕ, ອຳນາດ​ສານ​ຂອງ​ຫວຽດນາມ ຕາມ​ສົນທິສັນຍາ​ຂອງ ສປຊ ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982, ລະ​ເມີດ​ຖະ​ແຫລ​ງການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ(DOC) ປີ 2002 ກໍ​ຄື​ຂໍ້​ຕົກລົງ​ຂັ້ນ​ສູງ​ລະຫວ່າງ​ສອງ​ປະ​ເທດ. ​ແຈ້ງ​ການ​ເນັ້ນ​ຫນັກ​ວ່າ: ບົນ​ພື້ນຖານ​ຢືດໝັ້ນ​ດຳເນີນການເຈລະຈາ​, ຊອກ​ຫາ​ບັນດາ​ມາດ​ຕະການ​ໂດຍ​ສັນຕິ, ຫວຽດນາມ ​ໄດ້​ເປີດ​ເຜີຍ​ການ​ພົວພັນ​ຕິດ​ຕໍ່​ກັບ​ຝ່າຍ​ຈີນ​ກວ່າ 20 ຄັ້ງ ກ່ຽວ​ກັບ​ເຫດການ​ດັ່ງກ່າວ. ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ໄດ້​ພົວພັນ​ຕິດ​ຕໍ່​ກັບ​ຝ່າຍ​ຈີນ ຢູ່ ຮ່າ​ໂນ້ຍ ​ແລະ ປັກ​ກີ​ງ ​ເປັນ 8 ຄັ້ງ​ແລ້ວ, ​ເປັນ​ຫນ້າ​ສົນ​ໃຈ, ​​ເມື່ອ​ຕອນ​ບ່າຍ​ວັນ​ທີ 6/5ດ ທ່ານ​ຮອງ​ນາຍົກລັດຖະມົນຕີ, ທັງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບີ​ງມີ​ງ ​ໄດ້​ໂອ້​ລົມ​ທາງ​ໂທລະສັບ​ກັບ​ທ່າ​ນ ຢາງ​ເຈ້ຍ​ຊື້, ກຳມະການ​ລັດຖະບານ​ຈີນ. ​ໃນ​ແຈ້ງ​ການ​ສົ່ງ​ເຖິງ ສ​ປຊ ຍັງ​ມີ​ແຜນ​ທີ່ ຮັບ​ຮູ້​ທີ່​ຕັ້ງ​ຊື່​ງຮ້ານ​ເຈາະ​ນ້ຳມັນ​ໄຮ່​ຢາງ 981 ຂອງ​ຈີນ​ພວມ​ເຄື່ອນ​ໄຫວ. ນອກ​ນັ້ນ ຍັງ​ມີ​ບົດ​ປາ​ໄສ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ທີ່​ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ ຄັ້ງ​ທີ 24; ບົດ​ລາຍ​ງານ​ຂອງ​ບັນດາ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ ກ່ຽວ​ກັບ​ການ​ຜັນ​​ແປ​ປະຈຸ​ບັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ປະຕິກິລິຍາ​ຂອງ​ສາກົນ​ຕໍ່​ການ​ກະທຳ​ຂອງ​ຈີນ. ​ແຈ້ງ​ຂ່າວ​ຢືນຢັນ​ວ່າ: ລັດຖະບານ​ຫວຽດນາມ ຮຽກຮ້ອງ​ຈີນ ຖອນ​ຮ້ານ​ເຈາະ​ນ້ຳມັນ ພ້ອມ​ດ້ວຍ​ບັນດາ​ກຳ​ປັ່ນ​ຄຸ້ມ​ຊູ​ອອກ​ຈາກ​ໄຫລ່​ທະວີບ, ​ເຂດ​ເສດຖະກິດ​ຈຳ​ເພາະ​ຂອງ​ຫວຽດນາມ.

ຂ່າວ/ບົດ​ອື່ນ