ຄະ​ນະ​ຜູ້​ແທ​ນ ນະ​ຄອນ​ຮ່າ​ໂນ້ຍ ໄປຢ້ຽ​ມ​ຢາມ​ສິງ​ກະ​ໂປ

(VOVWORLD) -ໃນເວລາຢ້ຽມຢາມສິງກະໂປ, ຄະນະຜູ້ແທນຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ມີການພົບປະກັບການນຳລັດຖະບານແລະ ບັນດາກະຊວງ, ຂະແໜງການຂອງ ສິງກະໂປ, ພົບປະ ແລະ ເຮັດວຽກກັບນັກຈັດຕັ້ງ ແລະ ຄູ່ຮ່ວມມື ຂອງການແຂ່ງຂັນລົດ F1 ຈຳນວນໜຶ່ງ.
ຄະ​ນະ​ຜູ້​ແທ​ນ ນະ​ຄອນ​ຮ່າ​ໂນ້ຍ ໄປຢ້ຽ​ມ​ຢາມ​ສິງ​ກະ​ໂປ - ảnh 1ທ່ານ ຫງວຽນດຶກຈຸງ, ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ແລະ ທ່ານ Chase Carey ຜູ້ອຳນວຍການທັງເປັນປະທານ ຂອງບໍລິສັດ  Formula One (ພາບ: hanoimoi.com.vn)

ໂດຍຕອບສະໜອງຕາມຄຳເຊີນຂອງລັດຖະບານສິງກະໂປ, ນັບແຕ່ວັນທີ 21 – 23 ກັນຍາ, ຄະນະຜູ້ແທນຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ນຳໂດຍທ່ານ ຫງວຽນດຶກຈຸງ, ປະທານຄະນະກຳມະການປະຊາຊົນນະຄອນ, ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ສິງກະໂປ ເພື່ອສຳຫຼວດ ແລະ ຊຸກຍູ້ການຮ່ວມມືກັບສິງກະໂປ ແລະ ບັນດາຄູ່ຮ່ວມມືທີ່ມີປະສົບການເຂົ້າຮ່ວມວຽກງານຈັດຕັ້ງການແຂ່ງລົດ F1 ຢູ່ ຫວຽດນາມ ກໍ່ຄືພົບປະກັບວິສາຫະກິດໃຫຍ່ ຂອງສິງກະໂປ ແລະ ໂລກ ເພື່ອສົ່ງເສີມການຮ່ວມມືລົງທຶນເຂົ້າຮ່າໂນ້ຍ. ໃນເວລາຢ້ຽມຢາມສິງກະໂປ, ຄະນະຜູ້ແທນຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ມີການພົບປະກັບການນຳລັດຖະບານແລະ ບັນດາກະຊວງ, ຂະແໜງການຂອງ ສິງກະໂປ, ພົບປະ ແລະ ເຮັດວຽກກັບນັກຈັດຕັ້ງ ແລະ ຄູ່ຮ່ວມມື ຂອງການແຂ່ງຂັນລົດ F1 ຈຳນວນໜຶ່ງ. ພ້ອມກັນນັ້ນ, ກໍ່ມີການພົບປະແລກປ່ຽນກັບບັນດານັກລົງທຶນໃຫຍ່ຄື: ກຸ່ມບໍລິສັດ ROK, ຜູ້ປະສານງານພາກພື້ນອາຊີ ຂອງ Grab ແລະ ຜູ້ອຳນວຍການບໍລິສັດ ຕົ້ນໄມ້ຂຽວຂອງ ສິງກະໂປ.

ຕອບກັບ

ຂ່າວ/ບົດ​ອື່ນ