ຄະນະຜູ້ແທນກະຊວງຕຳຫຼວດຫວຽດນາມສິ້ນສຸດການຢ້ຽມຢາມ ແລະ ເຮັດວຽກຢູ່ຈີນ

ຄະນະຜູ້ແທນກະຊວງຕຳຫຼວດຫວຽດນາມສິ້ນສຸດການຢ້ຽມຢາມ ແລະ ເຮັດວຽກຢູ່ຈີນ - ảnh 1
(ທ່ານ​ພົນ​ເອກ ​ເຈີ​ນດ້າຍ​ກວາງ ພົບປະກັບ
ທ່ານນາງ​ເລ​ຂາ​ຄະນະ​ພັກນະຄອນ​ແທນ​ຈີນ ຊວນ​ຈວນ​ລ໋ານ)


(vovworld) –  ວັນ​ທີ 29/10, ຄະນະ​ຜູ້​ແທນ​ກະຊວງ​ຕຳຫຼວດ​ຫວຽດນາມ ​ໂດຍ​ທ່ານ​ພົນ​ເອກ ​ເຈີ​ນດ້າຍ​ກວາງ, ລັດຖະມົນຕີ​ກະຊວງ​ຕຳຫຼວດ​ ນຳ​ໜ້າໄດ້​ສິ້ນ​ສຸດ​ການ​ຢ້ຽມຢາມ​ຈີນ ​ແລະ ​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ​ຮ່ວມ​ມື​ປ້ອງ​ກັນຊາ​ດ ແລະ ຕ້ານ​ອາດຊະຍາ​ກຳ​ຄັ້ງ​ທີ 4 ລະຫວ່າງ​ກະຊວງ​ຕຳຫຼວດ​ຫວຽດນາມ ​ແລະ ກະຊວງ​ຕຳຫຼວດ​ຈີນ. ກ່ອນ​ໜ້າ​ນັ້ນ, ທີ່​ການ​ພົບ​ປະ​ເຈລະຈາ​ລະຫວ່າງ​ທ່ານ​ພົນ​ເອກ ​ເຈີ​ນດ້າຍ​ກວ້າງ ​ແລະ ທ່ານນາງ​ເລ​ຂາ​ຂະນະ​ພັກນະຄອນ​ແທນ​ຈີນ ຊວນ​ຈວນ​ລ໋ານ. ທ່ານ​ນາງເລ​ຂາ​ຂະນະ​ພັກນະຄອນ​ແທນ​ຈີນ ຊວນ​ຈວນ​ລ໋ານ ຢືນຢັນການ​ຖື​ເປັນ​ສຳຄັນ ​ແລະ ​ປາດ​ຖະໜາ​ຢາກ​ສືບ​ຕໍ່​ປັບປຸງ, ພັດທະນາ​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ນະຄອນ ​ແທນ​ຈີນ ກັບ​ບັນດາ​​ແຂວງ​ນະຄອນຂ​ອງຫວຽດນາມ, ​ໂດຍ​ສະ​ເພາະ​ແມ່ນ​ກັບ​ນະຄອນ​ຫຼວງຮ່າ​ໂນ້ຍ, ນະຄອນ​ໂຮ່ຈິ​ມິນ. ​ທ່ານພົນ​ເອກ ​ເຈີ​ນດ້າຍ​ກວາງ ປາດ​ຖະໜາ​ວ່າ, ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ນະຄອນ ແທນ​ຈີນ ກັບ​ບັນດາ​ແຂວງ​, ນະຄອນ​ຂອງ​ຫວຽດນາມ ຈະ​ນັບ​ມື້​ນັບ​ໄດ້​ຮັບ​ການ​ເປີດ​ກວ້າ​ງ​ຍິ່ງໆ​ຂຶ້ນ.

        ທີ່​ການ​ພົບ​ປະກັນ​ເຈລະຈາ​ກັບ​ພົນ​ໂທ ວາງ​ຈ໋ຽນພິ໋ງ, ຜູ້​ບັນຊາ​ການ​​ກຳ​ລັງ​​ຕຳຫຼວດປະກອບ​ອາວຸດ​ຈີນ. ທ່ານ​ພົນ​ເອກ ​ເຈີ​ນດ້າຍ​ກວາງ ປາດ​ຖະໜາ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ​​ກຳ​ລັງຕຳຫຼວດປະກອບ​ອາວຸດ​ຈີນ ​ແລະ ກຳລັງ​ຕຳຫຼວດ​ເຄື່ອນ​ທີ - ກະຊວງ​ຕຳຫຼວດ​ຫວຽດນາມ ຈະ​ເພີ່ມ​ທະວີ​ແບ່ງປັນ​ຂໍ້​ມູນ​ຂ່າວ​ສານ, ​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ກໍ່​ການ​ຮ້າຍ, ​ການກໍ່ຈະລາ​ຈົນ, ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ສຳ​ລັບ​ບັນດາ​ເຫດການ​ການ​ເມືອງ​ສຳຄັນ​ຢູ່​ແຕ່ລະ​ປະ​ເທດ… ປະກອບສ່ວນ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍຢູ່ລະ​ປະ​ເທ​ດ ​ແລະ ສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.

ຂ່າວ/ບົດ​ອື່ນ