ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມຢ້ຽມຢາມໂມຊຳບິກ

ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມຢ້ຽມຢາມໂມຊຳບິກ - ảnh 1
​ພົນ​ໂທ ຫງວຽນ​ຈີວີ້ງ
ພາບ:vietnamnet


(vovworld)- ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ໂດຍ​ພົນ​ໂທ ຫງວຽນ​ຈີວີ້ງ, ກຳ​ມະ​ການ​​ຜູ້ປະ​ຈ​ການຳ​ຄະ​ນະ​ພັກ​ການ​ທະ​ຫານ​ສູນ​ກາງ ນຳ​ຫ​ນ້າ ໄດ​້​ໄປ​ຢ້ຽມ​ຢາມ ໂມ​ຊຳ​ບິກ ແຕ່​ວັນ​ທີ 27-28/3 ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ປ້ອງ​ກັນ​ຊາດ​ສອງ​ຝ່າຍ. ທີ່​ການ​ພົບ​ປະ​ກັບ​ລັດ​ຖະ​ມົນ​ຕີກະ​ຊວງ​ປ້ອງ​ກັນ​ປະ​ເທດ ໂມ​ຊຳ​ບິກ Antanasio Salvador M’tumuke, ພົນ​ໂທ ຫງວຽນ​ຈີວີ້ງ ເນັ້ນ​ຫ​ນັກ​ວ່າ: ຫວຽດ​ນາມ ຖື​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ກັບ ໂມ​ຊຳ​ບິກ ເປັນ​ສຳ​ຄັນ ແລະ ປາດ​ຖະ​ຫ​ນາ​ຢາກ​ຊຸ​ກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ຫລ​າຍ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ, ໃນ​ນັ້ນ ມີ​ຂົງ​ເຂດ​ປ້ອງ​ກັນ​ຊາດ. ​ທ່ານລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ໂມ​ຊຳ​ບິກ Antanasio Salvador M’tumuke ໃຫ້​ຮູ້​ວ່າ: ໂມ​ຊຳ​ບິກ ຍາມ​ໃດ​ກໍໍ່​ຖື​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ເປັນ​ສຳ​ຄັນ.

ເນື່ອງ​ໃນ​ໂອ​ກາດ​ປະ​ຕິ​ບັດ​ງານ​ຢູ່ ໂມ​ຊຳ​ບິກ, ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ໄດ້​ລົງ​ຢ້ຽມ​ຢາມ ບໍ​ລິ​ສັດ Movitel, ​ຊື່ງແມ່ນຫ​ນຶ່ງ​ໃນ​ບັນ​ດາບໍ​ລິ​ສັດ​ຮ່ວມ​​ທຸ​ລະ​ກິດລະ​ຫວ່າງ​ກຸ່ມ​ບໍ​ລິ​ສັດ​ໂທ​ລະ​ຄົມ​ມະ​ນາ​ຄົມ​ກອງ​ທັບຫວຽດ​ນາມ (Viettel) ແລະ ຄູ່​ຮ່ວມ​ມື ໂມ​ຊຳ​ບິກ.


ຕອບກັບ

ຂ່າວ/ບົດ​ອື່ນ