ຄະນະຜູ້ແທນກໍາມາທິການກົດໝາຍສະພາແຫ່ງຊາດຫວຽດນາມ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ໂຮນລັງ

(VOVWORLD) -  ໃນລະຫວ່າງວັນທີ 13 – 14 ພຶດສະພາ, ຄະນະຜູ້ແທນກໍາມາທິການກົດໝາຍສະພາແຫ່ງຊາດ ຫວຽດນາມ ໂດຍ ທ່ານ ຟ້າມຈີ໊ທຶ໊ກ, ຮອງຫົວໜ້າກໍາມາທິການກົດໝາຍ ເປັນຫົວໜ້າຄະນະ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ໂຮນລັງ. 
ຄະນະຜູ້ແທນກໍາມາທິການກົດໝາຍສະພາແຫ່ງຊາດຫວຽດນາມ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ໂຮນລັງ - ảnh 1ຄະນະຜູ້ແທນຫວຽດນາມ  ເຮັດວຽກກັບກະຊວງພາຍໃນໂຮນລັງ (ພາບ:TTXVN)

ຄະນະຜູ້ແທນຫວຽດນາມ ໄດ້ມີການເຮັດວຽກກັບການນໍາ ແລະ ບັນດານັກຊ່ຽວຊານຂອງກະຊວງພາຍໃນ, ບັນດາແຂວງທາງພາກໃຕ້ໂຮນລັງ ແລະ ສະຫະສະມາຄົມບັນດາຕົວເມືອງ ໂຮນລັງ ເພື່ອແລກປ່ຽນບົດຮຽນ ແນໃສ່ຍົກສູງປະສິດທິຜົນການເຄື່ອນໄຫວຂອງການຈັດຕັ້ງກົງຈັກການບໍລິຫານລັດ ແລະ ອໍານາດການປົກຄອງທ້ອງຖິ່ນ. ສອງຝ່າຍໄດ້ແລກປ່ຽນກ່ຽວກັບບາງບັນຫາທີ່ກ່ຽວຂ້ອງເຖິງການສ້າງ ແລະ ຜັນຂະຫຍາຍປະຕິບັດບັນດາກົດໝາຍ, ນະໂຍບາຍກ່ຽວກັບລັດຖະບານ, ອໍານາດການປົກຄອງທ້ອງຖິ່ນ, ລັດຖະກອນ, ລັດຖະການ ເພື່ອແນໃສ່ຮັບໃຊ້ວິວັດການຄົ້ນຄວ້າ, ສ້າງກົດໝາຍບາງສະບັບຂອງຫວຽດນາມ ໃຫ້ສົມບູນແບບ ໃນໄລຍະຈະມາເຖິງ.

ໃນຂອບເຂດການຢ້ຽມຢາມ, ວັນທີ 14 ພຶດສະພາ, ຄະນະຜູ້ແທນກໍາມາທິການກົດໝາຍສະພາແຫ່ງຊາດຫວຽດນາມ ໄດ້ມີການເຮັດວຽກກັບສະຖານທູດຫວຽດນາມປະຈໍາ ໂຮນລັງ ແລະ ແລກປ່ຽນເນື້ອໃນການຮ່ວມມືລະຫວ່າງ ຫວຽດນາມ ແລະ ໂຮນລັງ ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ