ຄະນະຜູ້ແທນຂັ້ນສູງ ສ.ເກົາຫຼີ ໄປຢ້ຽມຢາມ ລັດເຊຍ

(VOVWORLD) - ໃນເດືອນ ພະຈິກ 2023, ສປປ.ເກົາຫຼີ ແລະ ລັດເຊຍ ໄດ້ລົງນາມໃນອະນຸສັນຍາ 2 ຝ່າຍກ່ຽວກັບການເປີດກວ້າງການຮ່ວມມືເສດຖະກິດ, ວິທະຍາສາດ ແລະ ເຕັກໂນໂລຊີ.
ຄະນະຜູ້ແທນຂັ້ນສູງ ສ.ເກົາຫຼີ ໄປຢ້ຽມຢາມ ລັດເຊຍ - ảnh 1(ພາບປະກອບ: Reuters)

        ວັນທີ 21 ເມສາ, ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໃຫ້ຂ່າວວ່າ, ທ່ານຮອງນາຍົກລັດຖະມົນຕີ ສປປ.ເກົາຫຼີ Ri Chol-man ໄດ້ນຳໜ້າຄະນະຜູ້ແທນ ສປປ.ເກົາຫຼີ ໄປຢ້ຽມຢາມ ລັດເຊຍ. ທ່ານຮອງນາຍົກລັດຖະມົນຕີ Ri Chol-man ໄປຮອດ ລັດເຊຍ ໃນວັນທີ 20 ເມສາ, ພ້ອມກັບຄະນະຜູ້ແທນຂອງຄະນະກຳມະການກະສິກຳ ສປປ.ເກົາຫຼີ. ການພົວພັນລະຫວ່າງ ລັດເຊຍ ແລະ ສປປ.ເກົາຫຼີ ໄດ້ຮັບການປັບປຸງຫຼາຍພໍສົມຄວນ ພາຍຫຼັງການຢ້ຽມຢາມເຂດຕາເວັນອອກໄກຂອງ ລັດເຊຍ ແລະ ໄດ້ພົບປະຂັ້ນສຸດຍອດກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃນເດືອນ ກຸມພາ 2023 ຂອງການນຳ Kim Jong Un.

        ໃນເດືອນ ພະຈິກ 2023, ສປປ.ເກົາຫຼີ ແລະ ລັດເຊຍ ໄດ້ລົງນາມໃນອະນຸສັນຍາ 2 ຝ່າຍກ່ຽວກັບການເປີດກວ້າງການຮ່ວມມືເສດຖະກິດ, ວິທະຍາສາດ ແລະ ເຕັກໂນໂລຊີ.

ຕອບກັບ

ຂ່າວ/ບົດ​ອື່ນ