ຄະນະຜູ້ແທນຂັ້ນສູງທະນາຄານແຫ່ງລັດຫວຽດນາມ ຢ້ຽມຢາມລາວ

ຄະນະຜູ້ແທນຂັ້ນສູງທະນາຄານແຫ່ງລັດຫວຽດນາມ ຢ້ຽມຢາມລາວ - ảnh 1
ທ່ານ​ນາງປະທານ​ສະພາ​ແຫ່ງຊາດ​ລາວ ປານີ ຢາ​ທໍ່​ຕູ້ ຕ້ອນ​ຮັບ
ຜູ້​ວ່າການ​ທະນາຄານ​ແຫ່ງ​ລັດ​ຫວຽດນາມ ຫງວຽນ​ວັນ​ບິ່ງ
(ພາບ: TTXVN)


(vovworld) – ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລ​ະ ​ເຮັດ​ວຽກ​ຢູ່​ລາວ ​​ໃນ​ລະຫວ່າງ​ວັນ​ທີ 17 – 19/12, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ທະນາຄານ​ແຫ່ງ​ລັດ​ຫວຽດນາມ ​ໂດຍ​ທ່ານ ຫງວຽນ​ວັນ​ບິ່ງ, ຜູ້​ວ່າການ​ທະນາຄານ​ແຫ່ງ​ລັດ​ຫວຽດນາມ ນຳ​ໜ້າ​, ​ໄດ້​ຮັບການ​ຕ້ອນ​ຮັບຈາກທ່ານ​ນາງປະທານ​ສະພາ​ແຫ່ງຊາດ​ລາວ ປານີ ຢາ​ທໍ່​ຕູ້ ​ແລະ ທ່າ​ນຮອງ​ນາຍົກລັດຖະມົນຕີ ສົມ​ສະຫວາດ ​ເລັ່ງສະຫວັດ ​ໃນ​ວັນ​ທີ​​18/12.  ຢູ່​ທີ່​ນີ້, ທ່ານ​ຫງວຽນ​ວັນ​ບິ່ງ ​ໄດ້​ແຈ້ງ​ໃຫ້​ຊາບ​ເນື້​ອ​ໃນ​ການ​ເຈລະຈາ​ລະຫວ່າງ​ຜູ້​ວ່າການ​ທະນາຄານ​ແຫ່ງ​ລັດ 2 ປະ​ເທດ​ໃນ​ການ​ແລກປ່ຽນ​ບັນດາ​ບົດຮຽນ​ໃນ​ການບໍລິຫານ​​ເສດຖະກິດ​ມະຫາ​ພາກ ​ແລະ ຄຸ້ມ​ຄອງ​ທະນາຄານ; ຕີ​ລາຄາ​ບັນດາ​ໝາກຜົນ​​ແຫ່ງການ​ຮ່ວມ​ມື​ໃນ​ໄລຍະ​ຜ່ານ​ມາ ​ແລະ ທິດ​ທາງ​ໃນ​ໄລຍະ​ຈະ​ມາ​ເຖິງ.

        ບັນດາ​ກາ​ນນຳ​ລາວ ປາດ​ຖະໜາ​ວ່າ, 2 ຝ່າຍ​​ເພີ່ມ​ທະວີ​ຊຸກ​ຍູ້​ການ​ຮ່ວ​ມມື, ພ້ອມ​ທັງ​ແບ່ງປັນ​ບົດຮຽນ​ຊ່ວຍ​ລາວ ​ໃນ​ການ​ຮັບປະກັນ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ສ້າງ​ໂຄງ​ປະ​ກອບ​ລະບົບ​ທະນາຄານ, ​ແກ້​ໄຂ​ໜີ້​ເສຍ, ຊຸກຍູ້​ການ​ພັດທະນາ, ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​ແບບ​ພິ​ເສດ​ລະຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ