ຄະນະຜູ້ແທນຂັ້ນສູງຫວຽດນາມສິ້ນສຸດການຢ້ຽມຢາມລາວຢ່າງຈົບງາມ

ຄະນະຜູ້ແທນຂັ້ນສູງຫວຽດນາມສິ້ນສຸດການຢ້ຽມຢາມລາວຢ່າງຈົບງາມ - ảnh 1
ທ່ານ ​ເລ​ຮົ່ງ​​ແອ​ງ ເຂົ້າ​ຮ່ວມ​​ພິ​ທີ​ເລີ່ມ​ລົງ​ມືກໍ່​ສ້າງ​ໂຄງ​ກາ​ນ​ພັດ​ທະ​ນາ​ຄົບ​ວົງ​ຈອນ ໜອງ​ທາ

(vovworld) –​ ​ສືບ​ຕໍ່​ການ​ເຄື່ອນ​ໄຫວ​ເນື່ອງ​ໃນ​ໂອ​ກາດ​ການ​ຢ້ຽມ​ຢາມ, ເຮັດ​ວຽກ ແລະ ອວຍ​ພອ​ນ​ບຸ​ນ​ປີ​ໃຫມ່​ລາວ, ຕອນ​ເຊົ້າ​ວັນ​ທີ 13/4, ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໂດຍ​ທ່ານ ເລ​ຮົ່ງ​ແອງ, ກຳ​ມະ​ການ​ກົມ​ການ​ເມືອງ, ຜູ້​ປະ​ຈຳ​ຄະ​ນະ​ເລ​ຂາ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ນຳ​ຫນ້າ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ຕ້ອ​ນ​ຮັບ​ບຸນ​ປີ​ໃຫມ່​ພ້ອມ​ກັບ​ບັນ​ດາ​ການ​ນຳ ລາວ ພ້ອມ​ດ້ວຍ​ຜູ້​ຕາງ​ຫນ້າ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ​ຂອງ ຫວຽດ​ນາມ ແລະ​ລາວ. ກ່ອນ​ຫນ້ານັ້ນ ທ່ານ​ເລ​ຮົ່ງ​ແອງ ໄດ້​ຕ້ອນ​ຮັບ ແລະ ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ສະ​ຫວັນ​ນະ​ເຂດ ໂດຍ​ທ່ານ ສຸ​ພັນ ແກ້ວ​ມີ​ໄຊ, ​ເລ​ຂາ​ຄະ​ນະ​ພັກ​,ເຈົ້າ​ແຂວງໆ ສະ​ຫວັນ​ນະ​ເຂດ ນຳ​ຫນ້າ. ທ່ານ​ເລ​ຮົ່ງ​ແອງ ຕີ​ລາ​ຄາ​ສູງ​ໝາກ​ຜົນ​ການ​ຮ່ວມ​ມື, ຊ່ວຍ​ເຫລືອ​ເຊິ່ງ​ກັນ ແລະ​ກັນ​ລະ​ຫວ່າງ​ແຂວງ ສະ​ຫວັນ​ນະ​ເຂດ ກັບ​ບັນ​ດາ​ແຂວງ, ນະ​ຄອນ ຂອງ​ຫວຽດ​ນາມ ນັບ​ມື້​ນັບ​ມີ​ປະ​ສິດ​ທິ​ຜົນ ແລະ​ ປາດ​ຖະ​ຫນາ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສະ​ຫວັນ​ນະ​ເຂດ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນ​ກັບ​ບັນ​ດາ​ແຂວງ ນະ​ຄອນ​ຂອງ​ຫວຽດ​ນາມ ເປັນ​ຕົ້ນ​ໃນ​ຂົງ​ເຂດ​ບຳ​ລຸງ​ສ້າງ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ແລກ​ປ່ຽນ​ບົດ​ຮຽນ​ກ່ຽວ​ກັບ​ວຽກ​ງານກໍ່​ສ້າງ​ພັກ, ຊ່ວຍ​ພ​ັດ​ທະ​ນາ​ເສດ​ຖະ​ກິດ, ລົບ​ລ້າງ​ຄວາມ​ອຶ​ດ​ຫິວ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ. ເນື່ອງ​ໃນ​ໂອ​ກາດນີ້ ທ່ານ​ເລ​ຮົ່ງ​ແອງ ໄດ້​ມອບ​ຄອມ​ພິວ​ເຕີ 30 ຊຸດ​ໃຫ້​ແຂວງ ສະ​ຫວັນ​ນະ​ເຂດ. ແລະ​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ລາວ, ທ່ານ​ເລ​ຮົ່ງ​ແອງ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດ​ນາມ ໄດ້​ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ກັບ​ບໍ​ລິ​ສັດ Star Telecom. ນີ້​ແມ່ນ​ບໍ​ລິ​ສັດ​ຮ່ວມ​ທຸ​ລະ​ກິດ​ລະ​ຫວ່າງ​ກຸ​່ມ​ບໍ​ລິ​ສັດ​ໂທ​ລະ​ຄົມ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ແລະ ບໍ​ລິ​ສັດ​ໂທ​ລະ​ຄົມ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ລາວ.

     ວັນ​ທີ 12/4 ທ່ານ ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ, ​ຜູ້​ປະຈຳການ​ຄະນະ​ເລຂາສູນ​ກາງ​ພັກ​ກອມ​ມູນິດ​ ຫວຽດ​ນາມ ພ​້ອມກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ​ໄດ້​ໄປ​ຢ້ຽມຢາມ, ພົບ​ປະ ​ແລະ ​ໂອ້ລົມ​ ກັບ​ບັນດາ​ພະນັກງານ, ລັດຖະກອນ​ສະຖານທູດ ຫວຽດນາ​ມ ປະຈຳ ລາວ.

          ​ກໍ່ໃນ​ວັນ​ດຽວ​ກັນ, ທ່ານ​ເລ​ຮົ່ງ​ແອ​ງ ​ໄດ້ລົງ​ຢ້ຽ​ມຢາມ ​ແລະ ​ເຮັດ​ວຽກ​ຢູ່​ທະນາຄານ ລາວ- ​ຫວຽດນາມ (LaoVietBank) ຢູ່​ນະຄອນຫຼວງ ວຽງ​ຈັນ. ທ່ານ ​ເລ​ຮົ່ງ​​ແອ​ງ ​ປາດ​ຖະໜາ​ວ່າ: ໃນ​ໄລຍະຈະ​ມາ​ເຖິງ, ​ທະນາຄານ ລາວ-​ຫວຽດນາມ ສືບ​ຕໍ່​ເສີມ​ຂະຫຍາຍ​ບັນດາ​ໝາກຜົນທີ່​ບັນລຸ​ໄດ້​ໃນ​ໄລຍະ​ທີ່​ຜ່ານ​ມາ, ​ ປະຕິບັດ​ວຽກ​ງານ​ເປັນ ຂົວ​ຕໍ່​ຊ່ວຍ​​ໃຫ້ບັນດາ​ວິ​ສາ​ຫະກິດ ຫວຽດນາມ​ ທີ່ພວມລົງທຶນ​ຢູ່ ລາວ ​ແລະ ບັນດາວິ​ສາ​ຫະກິດ ລາວ ພວມລົງທຶນ​ຢູ່ ຫວຽດນາມ ​ໄດ້ກູ້​ຢືມ​ທຶນ​ ​ເພື່ອ​ຜັນ​ຂະ​ຫຍາ​ຍບັນດາ​ໂຄງການ​ ​ໄດ້​ຮັບປະກັນຄວາມ​ຄືບ​ໜ້າ​, ຄຸນ​ນະພາ​ບ​; ສືບ​ຕໍ່​ປະຕິບັດ​ວຽກ​ງານ​ຮັບປະກັນ​ຊີວິດ​ສັງຄົມ​ຢູ່ ລາວ ​ເປັນຢ່າງ​ດີ, ປະກອບສ່ວນ​ຊຸກ​ຍູ້​ການ​ພົວພັນ​ມິດຕະພາບທີ່​​ເປັນ​ມູນ​ເຊື້ອ, ຄວາມສາມັກຄີ​ແບບ​ພິ​ເສດ ​ແລະ ການຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ ​ໃຫ​້ນັບ​ມື້​ນັບ​ພັດທະນາ, ກ້າວ​ເຂົ້າ​ສູ່​ລວງ​​ເລິກ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ. ​ແລະກໍ່ໃນ​ວັນ​ດຽວ​ກັນ, ທ່ານ ​ເລ​ຮົ່ງ​ແອ​ງ ​ໄດ້​​ໄປ​ຢ້ຽມຢາມ​ຫໍພິພິທະ​ພັນ ​ໄກສອນ​ ພົມວິຫານ ​ແລະ ​ເຂດ​ອະນຸສອນ​ສະຖານ ອະດີດ​ປະທານ​ປະ​ເທດ ສະ​ເດັດ​ເຈົ້າ​ສຸພາ​ນຸວົງ.


ຂ່າວ/ບົດ​ອື່ນ