ຄະນະຜູ້ແທນຂັ້ນສູງແນວໂຮມປະເທດຊາດຫວຽດນາມຢ້ຽມຢາມ ແລະ ເຮັດວຽກຢູ່ລາວ

ຄະນະຜູ້ແທນຂັ້ນສູງແນວໂຮມປະເທດຊາດຫວຽດນາມຢ້ຽມຢາມ ແລະ ເຮັດວຽກຢູ່ລາວ - ảnh 1
(ຄະນະ​ຜູ້​ແທນ​ຂັ້ນ​ສູງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ
​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ)


(vovworld)​ ​- ທ່ານ​ຫງວຽນ​ວັນ​ຟາ, ຮອງ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ນຳ​ໜ້າ​ຄະນະ​ຜູ້​ແທນ ​​ໄປ​​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ. ​ ​ທ່ານ ພັນ​ດວງ​ຈິດວົງສາ, ປະທານ​ແນວ​ລາວ​ສ້າງຊາດ ​ໄດ້​​ໃຫ້ການ​ຕ້ອນຮັບ ​ແລະ ​ເຈລະຈາ ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ. 2 ຝ່າຍ​ໄດ​້​ແລກປ່ຽນ, ປຶກສາ​ຫາລືບັນດາ​ເນື້ອ​​ໃນ​ສຳຄັນ, ພິ​ເສດ​ແມ່ນ​ວຽກ​ງານ​ກະກຽ​ມຈັດ​ຕັ້ງ​ກອງ​ປະຊຸມ “ ຊຸກຍູ້​ການ​ກໍ່ສ້າງ​ເຂດ​ຊາຍ​ແດນ​​ສັນຕິພາບ, ມິດຕະພາບ​ຫວຽດນາມ-​ລາວ​ ຄັ້ງທີ 5” ​ເຊິ່ງຈະ​​ດຳ​ເນີນ​ໃນ​ຕົ້ນ​ເດືອນ 11 ຈະ​ມາ​ເຖິງ​ຢູ່​ແຂວງ​ຄຳ​ມ່ວນ. ຄະນະ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​   ແຂວງ​ຄຳ​ມ່ວນ ​ແລະ ຢ້ຽມຢາມ​ເຂດ​ອະນຸສອນ​ສະຖານປະທານ​ໂຮ່ຈິ​ມິນ​ຢູ່ບ້ານ​ຊຽງ​ວາງ, ​ເມືອງ​ໜອງ​ບົກ, ​ແຂວງ​ຄຳ​ມ່ວນ. ການ​ຢ້ຽມຢາມ ​ແລະ ​ເຮັດວຽກ​ຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ແນ​ໃສ່​ຮັດແໜ້ນການ​ພົວພັນ​ຮ່ວມ​ມື​ແບບ​ພິ​ເສດ​ຮອບດ້ານ ລະຫວ່າງ 2 ພັກ​ເວົ້າ​ລວມ ​ແລະ ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ກັບ​ແນວ​ລາວ​ສ້າງຊາດເວົ້າ​ສະ​ເພາະ​​ ໃຫ້ນັບ​ມື້​ນັບ​ແຕກ​ດອກ​ອອກ​ຜົນກ່ວາ​ອີກ.

ຂ່າວ/ບົດ​ອື່ນ