ຄະນະຜູ້ແທນຂອງສະມາຄົມໜູນຊ່ວຍລູກຫຼານນັກຮົບເສຍຊີວິດ,ອະດີດນັກຮົບອາເມລິກາຢ້ຽມຢາມຫວຽດນາມ

ຄະນະຜູ້ແທນຂອງສະມາຄົມໜູນຊ່ວຍລູກຫຼານນັກຮົບເສຍຊີວິດ,ອະດີດນັກຮົບອາເມລິກາຢ້ຽມຢາມຫວຽດນາມ - ảnh 1
ຄະນະຜູ້ແທນຂອງສະມາຄົມໜູນຊ່ວຍລູກຫຼານນັກຮົມເສຍຊີວິດ,
ອະດີດນັກຮົບອາເມລິກາຢ້ຽມຢາມຫວຽດນາມ
(ພາບ: thoidai)


(vovworld) -   ​ຕອນ​ບ່​າຍ​ວັນ​ທີ 08/12, ຢູ່​ຮ່າ​ໂນ້ຍ, ທ່ານ​ປະ​ທານ​ສະ​ມາ​ຄົມ​ຫວຽດ​ນາມ - ອາ​ເມ​ລິ​ກາ ຫງວຽນ​ເຕີນ​ຈ໋ຽນ ໄດ້​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ລວມ​ມີສະ​ມາ​ຊິກ 8 ຄົນ ຂຶ້ນ​ກັບ “​ລາຍການ​ພົບ​ປະ​ແລກ​ປ່ຽນ 2 ຝ່າຍ” (Two Side Projec – 2 SP). ນີ້​ແມ່ນ​ບັນ​ດາ​ສະ​ມາ​ຊິກ​ຂອງສະ​ມາ​ຄົມ​ໜູນ​ຊ່ວຍ​ລູກ​ຫຼານ​ນັກ​ຮົບ​ເສຍ​ຊີ​ວິດ, ອະ​ດີດ​ນັກ​ຮົບ​ອາ​ເມ​ລິ​ກາ, ໂດຍ​ທ່ານ​ນາງ Margot C.Dolgne, ​ຜູ້​ອຳ​ນວຍ​ການ 2SP, ເປັນ​ຫົວ​ໜ້າ​ຄະ​ນະ. ທີ່​ການ​ຕ້ອນ​ຮັບ, ທ່ານ ຫງວຽນ​ເຕີນ​ຈ໋ຽນ ຢືນ​ຢັນ​ວ່າ ການ​ຢ້ຽມ​ຢາມ​ຫວຽດ​ນາມ ຄັ້ງ​ນີ້​ຈະ​ຊ່ວຍບັນ​ດາ​ສະ​ມາ​ຊິກ​ຂອງ​ຄະ​ນ​ະ​ຜູ້​ແທນ​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ປະ​ຫວັດ​ສາດ, ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ ກວ່າ, ປະ​ກອ​ບ​ສ່ວນ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ເພີ່ມ​ທະ​ວ​ີ​ການ​ພົວ​ພັນ​ມ​ິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ 2 ປະ​ເທດ​ຫວຽດ​ນາມ ແລະ ອາ​ເມ​ລິກ​າ.

      ສ່ວນ​ທ່ານ​ນາງ Margot C.Dolgne ໃຫ້​ຮູ້​ວ່າ, ຈຸດ​ປະ​ສົງ​ຂອງ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້ ແມ່ນ​ເພື່ອ​ແນ​ໃສ່​ຊອກ​ຮູ້​ກ່ຽວ​ກັບ​ປະ​ເທດ​ຊາດ, ມະ​ນຸດ ແລະ ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ, ພົບ​ປະ​ແລກ​ປ່ຽນແຮກ​ສ່ຽວ​ກັບ​ລ​ູກ​ຫຼານ​ນັກ​ຮົບ​ທີ່​ເສຍ​ສະ​ຫຼະ​ຊີ​ວີດ​ເພື່ອ​ຊາດ, ອະ​ດີດ​ນັກ​ຮົບ​ຂອງ​ຫວຽດ​ນາມ, ເພື່ອ​ເຂົ້າ​ໃຈ​ກ່ຽວ​ກັບ​ສົງ​ຄາມ​ຢູ່​ຫວຽດ​ນາມ ບົນ​​ຈິດ​ໃຈ​ໄກ່​ເກ່ຍ​ປອງດອງ, ມິດ​ຕະ​ພາບ​ມຸ່ງ​ໄປ​ເຖິງ​ອະ​ນາ​ຄົດ, ຊຸກ​ຍູ້​ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ​ແລະ​ກັນ ແລະ ການ​ພົວ​ພ​ັນ​ລະ​ຫວ່າງ​ປະ​ຊາ​ຊົນ 2 ປະ​ເທດ​ໃນ​ອະ​ນາ​ຄົດ.

ຂ່າວ/ບົດ​ອື່ນ