ຄະນະຜູ້ແທນຄະນະ ກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ຢ້ຽມຢາມລາວ

ຄະນະຜູ້ແທນຄະນະ ກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ຢ້ຽມຢາມລາວ - ảnh 1
(ທ່ານຫງວຽນ​ທ້ຽນ​ເຍີນ, ກຳມະການ​ກົມ​ການ​​ເມືອງ
​ຢ້ຽມຢາມ​ສະຖານທູດຫວຽດນາມ​ ປະຈຳລາວ)


(vovworld) - ​ ຄະນະ​ຜູ້​ແທນ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໂດຍ​ທ່ານ ຫງວຽນ​ທ້ຽນ​ເຍີນ, ກຳມະການ​ກົມ​ການ​​ເມືອງ, ປະທານຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ນຳ​ໜ້າ ​ໄດ້​​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ​ໃນ​ລະຫວ່າງ​ວັນ​ທີ 30/11 – 01/12. ຕອນ​ບ່າຍ​ວັນ​ທີ 30/11, ຢູ່​ນະຄອນຫຼວງ​ວຽງ​ຈັນ, ທີ່​ການ​ຕ້ອນຮັບ​ຄະນະ​ຜູ້​ແທນຫວຽດນາມ, ທ່ານ​ປະທານ​ປະ​ເທດ​ລາວ ຈູມ​ມາລີ ​ໄຊ​ຍະ​ສອນ ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຂອງ​ຄະນະ​ຜູ້​ແທນ​ຫວຽດນາມ, ອັນ​ໄດ້​ສະ​ແດງ​ຄວາມ​ສາມັກຄີ​ລະຫວ່າງ 2 ປະ​ເທດ.

        ສ່ວນ​ທ່ານ ຫງວຽນ​ທ້ຽນ​ເຍີນ ​ໄດ້​ລາຍ​ງານ​​ໝາກຜົນຂອງ​ການ​ເຈລະຈາ​ລະຫວ່າງ​ຄະນະ​ຜູ້​ແທນ​ກັບ​ຄະນະ​ຜູ້​ແທນ​​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ​ ຢືນຢັນ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ອົງການ, ປະຕິບັດ​ບັນດາ​ເນື້ອ​ໃນ​ເຊິ່ງ​ໄດ້​ຕົກລົງ​ກັນ​ຮ່ວມ​ມື​ໄລຍະ 2011 – 2016 ​ເປັນ​ຢ່າງ​ດີ.

          ​​ໃນ​ຕອນ​ເຊົ້າ​ວັນ​ທີ 01/12, ທ່ານ​ຫງວຽນ​ທ້ຽນ​ເຍີນ ​ໄດ້​ໄປ​ຢ້ຽມຢາມ​ສະຖານທູດຫວຽດນາມ​ ​ແລະ ​ໂອ້​ລົມ​ກັບ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ລາວ. ທ່ານ​ຫງວຽນ​ທ້ຽນ​ເຍີນ ​ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ສະພາບ​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ, ​ໃນ​ນັ້ນ​​ເນັ້ນ​ໜັກ​​ເຖິງຜົນ​ສຳ​ເລັດ​ຂອງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 6 ສະພາ​ແຫ່ງ​ຊາດ​ຫວຽນ​ນາມ​ຊຸດ​ທີ 13. ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ​ສະພາ​ແຫ່ງ​ຊາດ​ໄດ​້ຮັບຮອງ​ເອົາ​ບັນດາ​ບັນຫາ​ສຳຄັນ​ຂອງ​ປະ​ເທດ​ຊາດ, ພິ​ເສດ​​ແມ່ນ​ຮັບຮອງ​ເອົາຮ່າງ​ລັດຖະທຳ​ທະນູ​ນສະບັບ​ປັບປຸງ, ສະ​ແດງ​ໃຫ້​ເຫັນ​ເຈດ​ຈຳນົງ​ຂອງ​ພັກ ​ແລະ ຈິດ​ໃຈ​ຂອງປະຊາຊົນ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ. ລັດຖະທະທຳມະນູນ​ຢືນຢັນ​ວ່າ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ແມ່ນ​ພາກສ່ວນໜຶ່ງ​ທີ່​ບໍ່​ອາດ​ຕັດ​ແຍກ​ອອກ​ຈາກຊາດ​ຫວຽ​ດນາມ. ທ່ານ​ຫງວຽນທ້ຽນ​ເຍີນ ປາດ​ຖະໜາ​ວ່າ ພໍ່​ແມ່​ປະຊາຊົນ​ຮັກສາ​ສີສັນ​ວັດທະນະທຳ​ຂອງ​ຊາດ, ​ເພື່ອ​ກາຍ​ເປັນ​ຂົວ​ເຊື່ອມ​ຕໍ່​ຢ່າງ​ໝັ້ນ​ຄົງຂອງສາຍ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ຫວຽດນາມ - ລາວ.

ຂ່າວ/ບົດ​ອື່ນ