ຄະນະຜູ້ແທນທະຫານຜ່ານເສິກອາເມລິກາມາຊອກຮູ້ຜົນຮ້າຍຢ້ອນຫລັງຈາກສົງຄາມຢູ່ຫວຽດນາມ

ຄະນະຜູ້ແທນທະຫານຜ່ານເສິກອາເມລິກາມາຊອກຮູ້ຜົນຮ້າຍຢ້ອນຫລັງຈາກສົງຄາມຢູ່ຫວຽດນາມ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 28/03, ທ່ານ ບູຍວັນ​ງີ້, ​ເລຂາທິການ​ໃຫຍ່​ສະມາຄົມ ຫວຽດນາມ - ອາ​ເມ​ລິ​ກາ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະຜູ້​ແທນ​ຜ່ານ​ເສິກ ອາ​ເມ​ລິ​ກາ ​ແລະ ຍາດຕິ​ພີ່ນ້ອງ ​ໂດຍ​ທ່ານ Paul Reed ນຳ​ໜ້າ​ຄະນະ ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ ນັບ​ແຕ່​ວັນ​ທີ 25/03 – 06/04/2016. ທີ່​ການ​ຕ້ອນຮັບ, ທ່ານ ບູຍວັນ​ງີ້, ​ເລຂາທິການ​ໃຫຍ່​ສະມາຄົມ ຫວຽດນາມ - ອາ​ເມ​ລິ​ກາ, ສະ​ແດງ​ຄວາມປາດ​ຖ​ະໜາ​ຢາກ​​ໄດ້ຕ້ອນຮັບ​ທະຫານຜ່ານ​ເສິກ ອາ​ເມ​ລິ​ກາ​ ​ແລະ ຍາດຕິ​ພີ່ນ້ອງຕື່ມອີກຫລາຍ​ຄະນະ, ​ໃນ​ນັ້ນ​ມີ​ລຸ້ນໜຸ່ມ​ແມ່ນ​ລູກ​ຫຼານ​ທະຫານ​ຜ່ານ​ເສິກ ອາ​ເມ​ລິ​ກາ ມາ​ຊອກ​ຮູ້​ກ່ຽວ​ກັບປະ​ເທດຊາດ ​ແລະ ຊາວ​ຫວຽດນາມ. ຜ່ານ​ນັ້ນ ມີ​ບັນດາ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ສາຍ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທ​ດ​ໃນ​ໄລຍະ​ຈະ​ມາ​ເຖິງ, ກໍ່​ຄື​ການໜູນ​ຊ່ວຍ, ຫວຽດນາມ ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງຈາກ​ສົງຄາມ. ​ສະ​ແດງ​ຄວາມປະ​ທັບ​ໃຈອັນ​ດີງາມ​ກ່ຽວ​ກັບປະ​ເທດຊາດ ​ແລະ ຊາວ​ຫວຽດນາມ, ທ່ານ Paul Reed ​ໃຫ້​ຮູ້​ວ່າ: ​ຈຸດປະສົງ​ຂອງ​ການ​ຢ້ຽມຢາມ​ ​ແລະ ​ເຮັດ​ວຽກ​ຂອງ​ຄະນະ​ໃນ​ຄັ້ງ​ນີ້ ​​ແມ່ນເພື່ອ​ແນ​ໃສ່​ຊອກ​ຮູ້​ສະພາບ​ການ​ຢູ່ ຫວຽດນາມ, ການ​ພົວພັນ ຫວຽດນາມ - ອາ​ເມ​ລິ​ກາ, ຜົນ​ຮ້າຍຢ້ອນ​ຫລັງ​ຈາກ​ສົງຄາມ​ຢູ່ ຫວຽດນາມ; ສົມທົບ​ກັນພົບ​ປະ​ແລກປ່ຽນ​ກັບນັກຮົບ​ເກົ​່າ ຫວຽດນາມ, ຜູ້​ປະສົບ​ເຄາະ​ຮ້າ​ຍຈາກ​ທາດ​ພິດ​ສີສົ​້ມ/ດີ​ໂອ​ຊີ​ນຢູ່ ຫວຽດນາມ, ມອບວັດຖຸ​ທີ່​ເປັນ​ອະນຸສອນ ຢູ່​ສະໜາມຮົບໃຫ້​ອົງການທີ່​ມີໜ້າ​ທີ່​ຮັບຜິດຊອບຂອງ ຫວຽດນາມ.

ຂ່າວ/ບົດ​ອື່ນ