ຄະນະຜູ້ແທນນະຄອນຮ່າໂນ້ຍເຂົ້າຮ່ວມງານຕະຫລາດນັດເຕັກໂນໂລຊີອັດຕະໂນມັດຢູ່ເຢຍລະມັນ

(VOVWORLD) -ຄະນະຜູ້ແທນນະຄອນ ຮ່າໂນ້ຍ ໂດຍທ່ານ ຫງວຽນດຶກຈູງ ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ນຳຫນ້າພ້ອມກັບການນຳບາງພະແນກ, ຂະແຫນງການ ແລະ ວິສາຫະກິດຮ່າໂນ້ຍ ເຂົ້າຮ່ວມງານຕະຫລາດນັດ “Automatica and Robotics” ດຳເນີນຢູ່ ສູນວາງສະແດງສາກົນ IMC ນະຄອນ Munich ເຢຍລະມັນ ແຕ່ວັນທີ 19- 22 ມິຖຸນາ.

ຄະນະຜູ້ແທນນະຄອນຮ່າໂນ້ຍເຂົ້າຮ່ວມງານຕະຫລາດນັດເຕັກໂນໂລຊີອັດຕະໂນມັດຢູ່ເຢຍລະມັນ - ảnh 1 ຄະນະຜູ້ແທນນະຄອນ ຮ່າໂນ້ຍເຂົ້າຮ່ວມງານຕະຫລາດນັດ “Automatica and Robotics”

ດ້ວຍສານວິໄສທັດ “ເປີດອະນາຄົດ”, ສຸມໃສ່ເຂົ້າໃນເຕັກໂນໂລຊີ 4.0, ງານຕະຫລາດນັດຄັ້ງນີ້ ໄດ້ດຶງດູດການເຂົ້າຮ່ວມຂອງວິສາຫະກິດນັບພັນແຫ່ງຢູ່ພາຍໃນປະເທດ ແລະ ມາຈາກຫລາຍປະເທດໃນໂລກ ແລະ ມີແຂກມາຊົມກວ່າ 45.000 ເທື່ອຄົນ/ມື້. ນີ້ແມ່ນງານຕະຫລາດນັດພັດທະນາກວ່າໝູ່ຢູ່ ເຢຍລະມັນ ແລະ ໄດ້ຈັດຂຶ້ນເປັນ 2 ປີ/ເທື່ອຫນຶ່ງ.

ເນື່ອງໃນໂອກາດນີ້ ຄະນະຜູ້ແທນນະຄອນ ຮ່າໂນ້ຍ ໄດ້ມີການເຮັດວຽກກັບເຈົ້າຄອງນະຄອນ Frankfurt  ແລະ ນະຄອນ Munich, ຢ້ຽມຢາມໂຮງງານເຕັກໂນໂລຊີສູງບາງແຫ່ງຢູ່ Munich.

ຕອບກັບ

ຂ່າວ/ບົດ​ອື່ນ