ຄະນະຜູ້ແທນພັກ Nur Otan ຢ້ຽມຢາມ ຫວຽດນາມ

(VOVWORLD) -  ຕອນເຊົ້າວັນທີ 21 ພະຈິກ, ທີ່ສຳນັກງານສະພາແຫ່ງຊາດ ຫວຽດນາມ, ທ່ານຮອງປະທານສະພາແຫ່ງຊາດ ໂດບ໊າຕິ້ ໄດ້ໃຫ້ການຕ້ອນຮັບທ່ານ K.B. Zhumasev ເລຂາສູນກາງພັກ Nur Otan, ສ. ກາຊັກສະຖານ ພວມຢ້ຽມຢາມ ຫວຽດນາມ.
ຄະນະຜູ້ແທນພັກ Nur Otan ຢ້ຽມຢາມ ຫວຽດນາມ - ảnh 1 ທ່ານຮອງປະທານສະພາແຫ່ງຊາດ ໂດບ໊າຕິ້ ໄດ້ໃຫ້ການຕ້ອນຮັບທ່ານ K.B. Zhumasev

ທີ່ການຕ້ອນຮັບ, ທ່ານຮອງປະທານສະພາແຫ່ງຊາດ ໂດບ໊າຕິ້ ໄດ້ເນັ້ນໜັກວ່າ ຫວຽດນາມ ຖືເປັນສຳຄັນ, ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອກັບ ສ.ກາຊັກສະຖານ, ພິເສດແມ່ນ, ສະພາແຫ່ງຊາດ ຫວຽດນາມ ສະໜັບສະໜູນການພົວພັນຮ່ວມມືຢ່າງແໜ້ນແຟ້ນລະຫວ່າງພັກ Nur Otan ເວົ້າສະເພາະ ແລະ ບັນດາພັກການເມືອງ ກາຊັກສະຖານ ເວົ້າລວມ ກັບພັກກອມມູນິດ ຫວຽດນາມ. ກ່ຽວກັບການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດ, ທ່ານຮອງປະທານສະພາແຫ່ງຊາດ ໂດບ໊າຕິ້ ປາດຖະໜາວ່າ ການພົວພັນລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ກາຊັກສະຖານ ຈະນັບມື້ນັບພັດທະນາ, ສະໜິດແໜ້ນ ແລະ ມີປະສິດທິຜົນກ່ວາ.

        ສ່ວນທ່ານ K.B. Zhumasev  ເລຂາສູນກາງພັກ Nur Otan ໃຫ້ຮູ້ວ່າ: ຫວຽດນາມ ແລະ ກາຊັກສະຖານ ມີຈຸດຄ້າຍຄືກັນຫລາຍຢ່າງ, ອາດຈະເພີ່ມທະວີການຮ່ວມມື ແລະ ແລກປ່ຽນບົດຮຽນໃນບັນດາຂົງເຂດນິຕິບັດຍັດ, ຕິດຕາມກວດກາ, ຕັດສິນບັນດາບັນຫາສຳຄັນຂອງປະເທດຊາດ. ພ້ອມທັງ ປາດຖະໜາຢາກຊຸກຍູ້ການພົວພັນລະຫວ່າງ 2 ປະເທດ ຫວຽດນາມ ແລະ ກາຊັກສະຖານ ໃຫ້ນັບມື້ນັບແທດຈິງກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ