ຄະນະຜູ້ແທນພັກກອມມູນິດຫວຽດນາມ ເຂົ້າຮ່ວມກອງປະຊຸມ ICAPP

ຄະນະຜູ້ແທນພັກກອມມູນິດຫວຽດນາມ ເຂົ້າຮ່ວມກອງປະຊຸມ ICAPP - ảnh 1
(ທ່ານ​ຮ່ວາງ​ບິ່ງ​ກວນ, ຫົວໜ້າ​ຄະນະ​ພົວພັນ​ຕາງ​ປະ​ເທດ​
ສູນ​ກາງພັກ​ກອມ​ມູນິດ​ຫວຽດນາມ)


(vovworld) – ​ໃນ​ລະຫວ່າງ​ວັນ​ທີ 18 – 21/09, ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ​ຫວຽດນາມ ​ໂດຍ​ທ່ານ​ຮ່ວາງ​ບິ່ງ​ກວນ, ຫົວໜ້າ​ຄະນະ​ພົວພັນ​ຕາງ​ປະ​ເທດ​ສູນ​ກາງພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ນຳ​ໜ້າ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄົບ​ຄະນະຄັ້ງ​ທີ 8 ກອງ​ປະຊຸມ​ສາກົນ​ບັນດາ​ພັກ​ການ​ເມືອງ​ອາຊີ (ICAPP) ຢູ່​ນະຄອນຫຼວງ Colombo, ສ.ສິລັງກາ. ມີ​ຜູ້​ແທນ​ເກືອບ 300 ຄົນ​ທີ່​ມາ​ຈາກ 75 ພັກ​ການ​ເມືອງຂອງ 30 ປະ​ເທດ​ອາຊີ ​ແລະ ​ຄະນະ​ນັກ​ສັງ​ເກດ​ການ​ຂຶ້ນ​ກັບບັນດາ​ພັກ, ອົງການ​ຈັດ​ຕັ້ງພາກ​ພື້ນ ​ແລະ ສາກົນ​ເຂົ້າ​ຮ່ວມ​ກອງ​ປະຊຸມ, ດ້ວຍ​ຫົວ​ຂໍ້​ວ່າ “ກໍ່ສ້າງ​ປະຊາ​ຄົມ​ອາຊີ”. ​ທີ່​ການ​ພົບ​ປະ​ກັບ​ທ່າ​ນປະທານາທິບໍດີສິ​ລັງກາ Mahinda Raiapaksa, ທ່ານ​ຮ້ວາງ​ບິງ​ກວນ ​ໄດ້​ຂອບ​ໃຈ​ລັດຖະບານ ​ແລະ ປະຊາຊົນສິ​ລັງກາ ​ທີ່​ໄດ້​ຊ່ວຍ​ເຫຼືອ​ຫວຽດນາມ ​ໃນ​ວິວັດ​ການ​ຕໍ່ສູ້​ໂຮມ​ປະ​ເທ​ດຊາດ​ເປັນ​ເອກະ​ພາບ​ໃນ​ເມື່ອ​ກ່ອນ ກໍ່​ຄືກິດຈະ​ການ​ປ່ຽນ​ໃໝ່​​ໃນ​ປະຈຸ​ບັນ. ທ່າ​ນປະທານາທິບໍດີສິລັງກາ ຕີ​ລາຄາ​ສູງ​ບັນດາ​ຜົນງານ​ໃນ​ການ​ປ່ຽນ​ໃໝ່ ​ແລະ ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ, ຊົມ​ເຊີຍ​ເລື່ອງ​ເພີ່ມ​ທະວີ​ການ​ແລ​ກປ່ຽນ​ບັນດາ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລະຫວ່າງ​ 2 ພັກ, 2 ລັດ, ຫວັງ​ວ່າການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ຈະ​ສືບ​ຕໍ່​​ໄດ້​ຮັບ​ການ​ຊຸກຍູ້​ໃນ​ຫຼາຍ​ຂົງ​ເຂດ​ຄື, ການ​ລົງທຶນ, ການ​ຄ້າ, ກະສິກຳ, ສິນ​ໃນ​ນ້ຳ, ນ້ຳມັນ​ອາຍ​ແກັດ; ຮຽກຮ້ອງ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ​ໄປ​ລົງທຶນ​ຢູ່​ສິລັງກາ.

ຂ່າວ/ບົດ​ອື່ນ