ຄະນະຜູ້ແທນສູນກາງແນວລາວສ້າງຊາດຢ້ຽມຢາມຄະນະສາສະໜາລັດຖະບານ

ຄະນະຜູ້ແທນສູນກາງແນວລາວສ້າງຊາດຢ້ຽມຢາມຄະນະສາສະໜາລັດຖະບານ - ảnh 1
ການເຮັດວຽກລະຫວ່າງ 2 ຝ່າຍ
(ພາບ: ສຳນັກຂ່າວສານ ຫວຽດນາມ)

(vovworld) – ​ໂດຍ​ສືບ​ຕໍ່​ການ​ຢ້ຽມຢາມ ​ແລະ​ ​ເຮັດ​ວຽກ​ຢູ່ ຫວຽດນາມ, ຕອນ​ເຊົ້າ​ວັນ​ທີ 31/8, ຄະນະ​ຜູ້​ແທນ​ສູນ​ກາງແນວ​ລາວ​ສ້າງສາ​ດ ​ໂດ​ຍທ່ານ ​ໄຊ​ສົມ​ພອນ ພົມ​ວິຫານ, ກຳມະການ​ກົມ​ການ​ເມືອງ, ປະທານ​ຄະນະ​ກຳມະການ​ສູນ​ກາງນ​ຳໜ້າ, ​ໄດ້​ລົງ​ຢ້ຽມຢາມ ​ແລ​ະ ​ເຮັດ​ວຽກ​ກັບ​ຄະນະ​ສາສະໜາ​ລັດຖະບານ. ນະ​ທີ່​ນີ້, ທ່ານ ບູ່​ຍ​ແທງ​ຮ່າ, ຫົວໜ້າ​ຄະນະ​ສາສະໜາ​ລັດຖະບານ​ຖື​ວ່າ, ຫວຽດນາມ ​ແລະ ລາວ ມີ​ຫຼາຍ​ຈຸດ​ທ່ີ​ຄ້າຍຄື​ກັນ​ກ່ຽວ​ກັບ​ດ​້ານສາສະໜາ. 2 ອົງການ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ວຍ​ຫຼາຍ​ແບບ​ວິທີ​ແຕກ​ຕ່າງກັນ​ຄື: ​ແລກປ່ຽນ​ຄະນະຜູ້​ແທນ, ບຳລຸງ​ສ້າງ​ພະນັກງານ, ​ໃນ​ນັ້ນ​ມີ​ການບຳລຸງ​ສ້າງ​ພະນັກງານ​ປະຕິບັດ​ວຽກ​ງານ​ສາສະໜາ.

        ສ່ວນ​ທ່ານ ໄຊ​ສົມ​ພອນ ພົມ​ວິຫານ ປາດ​ຖະໜາ​ວ່າ: ​ໄລຍະ​ຈະ​ມາ​ເຖິງ, 2 ອົງການ​ຈະ​ມີ​​ໂຄງ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດຫຼາຍ​ກ່ວາ​ອີກ, ພ້ອມ​ທັງ​ສະ​ເໜີ​ໃຫ້ ຫວຽດນາມ ຊ່ວຍ​ເຫຼືອ​ໃນ​ການສ້າງຫຼັກ​ສູດ​ການ​ສອນ​ເພື່ອ​ຮັບ​ໃຊ້​ການ​ບຳລຸງ​ສ້າງ​ພະນັກງານ​ສາສະໜາ.


ຂ່າວ/ບົດ​ອື່ນ