ຄະນະຜູ້ແທນສະພາ ທິດສະດີສູນກາງ ຢ້ຽມຢາມສະຫະພັນ ລັດເຊຍ

ຄະນະຜູ້ແທນສະພາ ທິດສະດີສູນກາງ ຢ້ຽມຢາມສະຫະພັນ ລັດເຊຍ - ảnh 1
(ຄະນະ​ຜູ້​ແທນ​ສະພາ​ທິດ​ສະ​ດີ​ສູນ​ກາງ ເຮັດວຽກຢູ່ສະຫະພັນ​ລັດ​ເຊຍ)

(vovworld) - ​ໃນ​ລະຫວ່າງ​ວັນ​ທີ 03 – 10 ກັນຍາ, ຄະນະ​ຜູ້​ແທນ​ສະພາ​ທິດ​ສະ​ດີ​ສູນ​ກາງພັກ​ກອມ​ມູນິດ​ຫວຽດນາມ ​ໂດຍ​ທ່ານ ຫວູວັນ​ຮ່ຽນ, ຮອງ​ປະທານ​ສະພາ​ນຳ​ໜ້າ, ​ໄດ້​ມີ​ການ​ຢ້ຽມຢາມ​ສະຫະພັນ​ລັດ​ເຊຍ ​ແລະ ພົບ​ປະ​ກັບ​ບັນດາ​ການ​ນຳ​ຂອງ​ພັກ​ກອມ​ມູນິດ​ສະຫະພັນ​ລັດ​ເຊຍ ພ້ອມກັບ​ບັນດາ​ສະ​ຖາ​ບັນ​ຄົ້ນຄວ້າ, ທິດ​ສະ​ດີ​ຂອງ​ລັດ​ເຊຍ. ການ​ຢ້ຽມຢາມ​ນອນ​ໃນ​ໂຄງການ​ສຳ​ຫຼວດຮັບ​ໃຊ້ຫົວ​ເລື່ອງຄົ້ນ​ຄວ້າ​ວິທະຍາສາດ “​​ໂລກ​ໃນ​ປະຈຸ​ບັນ ​ແລະ ບັນດາ​ບັນຫາ​ທີ່​ວາງ​ອອກ​ສຳລັບ​ຫວຽດນາມ”. ທີ່​​ສະ​ຖາ​ບັນ​ຄົ້ນຄວ້າຕ່າງໆຂອງ​ລັດ​ເຊຍ  ບັນດາ​ຜູ້​ແທນ​ຫວຽດນາມ ​ໄດ້​ຮັບ​ເອົາ​ຂໍ້​ມູນ​ທີ່​ມີ​ຜົນ​ປະ​ໂຫຍ​ດກ່ຽວ​ກັບ​ບັນດາ​ບັນຫາ​ເຄັ່ງຮ້ອນ, ຄວາມ​ເອົາ​ໃຈ​ໃສ່​ລວມກ່ຽວ​ກັບ​ໂລກ​ໃນ​ປະຈຸ​ບັນ ກໍ​ຄື​ບັນດາ​ການ​ພົວພັນ ​ແລະ ທິດ​ທາງ​ພັດທະນາ​ການ​ພົວພັນ​ລະຫວ່າງ​ບັນດາ​ປະ​ເທດ, ​ໃນ​ນັ້ນ​ມີ​ຫວຽດນາມ.

        ການ​ຢ້ຽມຢາມ​ລັດ​ເຊຍ ​ໄດ້​ຊ່ວຍ​ໃຫ້​ບັນດາ​ສະມາຊິກ​ເຂົ້າ​ຮ່ວມຄົ້ນຄວ້າ​ຫົວ​ເລື່ອນ​ນີ້ ມີ​ຂໍ້​ມູນອັນ​ລ້ຳ​ຄ່າ​ຕື່ມ​ອີກ ​ເພື່ອ​ເພີ່ມ​ເຕີ່​ມ, ສຳ​ເລັດ​ວຽກ​ງານ​ຄົ້ນຄວ້າ​ຂອງ​ຕົນ. ນີ້​ກໍ່​ແມ່ນ​ພາກສ່ວນ​ໜຶ່ງ​ຂອງ​ວຽກ​ງານທີ່​ສຳ​ຄັນ ​​ເຊິ່ງສະພາ​ທິດ​ສະ​ດີ​ສູນ​ກາງ ຮັບຜິດຊອບ ​ແມ່ນ​ເຂົ້າ​ຮ່ວມ​ການ​ກະກຽມ​ບັນດາ​ເອກ​ກະສາ​ນ​ໃຫ້​ແກ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ຕໍ່​ໄປ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ເຊິ່ງຈະ​ຈັດ​ຂຶ້ນ​ໃນ​ປີ 2016.
ຂ່າວ/ບົດ​ອື່ນ