ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມຢ້ຽມຢາມ ອາເມລິການ ແລະ ການາດາ

ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມຢ້ຽມຢາມ ອາເມລິການ ແລະ ການາດາ - ảnh 1
ທ່ານຮອງປະທານສະພາແຫ່ງຊາດ
ອວງຈູລືວ ພົບປະກັບ
ຊາວຫວຽດນາມອາໄສຢູ່ການາດາ
(ພາບ: vietnamplus)

(vovworld) - ​ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ໂດຍ​ທ່ານຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລືວ​ເປັນ​ຫົວໜ​້າຄະນະ ຫາ​ກໍ​ສິ້ນ​ສຸດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ເປັນ​ເວລາ 4 ວັນ​ຢູ່ ອາ​ເມ​ລິ​ກາ ​ແລະ ກາ​ນາ​ດາ. ການ​ຢ້ຽມຢາມ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ແລະ ສະພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ​ແລະ ລັດຖະສະພາ ກາ​ນາ​ດາ, ​ແລ​ກປ່ຽນ ​ແລະ ຄົ້ນ​ຄ້ວາ​ບົດຮຽນດ້ານ​ນິຕິ​ບັນຍັດ ​ແລະ ຕິດຕາມກວດກາ. ​ໃນ​ການ​ພົບ​ປະ​ກັບ​ຄະນະ​ຫວຽດນາມ, ຝ່າຍ​ ອາ​ເມ​ລິ​ກາ ​ແລະ ກາ​ນາ​ດາ​ຮັບ​ຮູ້​ຄວາມ​ໝາຍ​ສຳຄັນ​ຂອງ​ສາຍ​ພົວພັນ​ກັບ​ຫວຽດນາມ, ​ເຫັນ​ດີ​ເປັນ​ເອກະສັນກັນ​ຊຸກຍູ້​ກາ​ນຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ, ພິ​ເສດ​ແມ່ນ​​ເສດຖະກິດ, ການ​ຄ້າ ​ແລະ ກາ​ນລົງທຶນຢ່າງ​ແຂງ​ແຮງ​ກ່ວາ​ອີກ. ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ແລະ ສະພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ​ແລະ ລັດຖະສະພາ ກາ​ນາ​ດາ, ບັນດາ​ຝ່າຍ​ເນັ້ນ​ໜັກ​ຄວາມ​ສຳຄັນ​ຂອງ​ການ​ແລກປ່ຽນ​ຄະນະ, ​ຜູ້​ແທນແບ່ງປັນ​ບົດຮຽນ​ດ້ານນິຕິບັນ​ຍັດ ​ແລະ ຕິດຕາມກວດກາ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລື​ວ ​ໄດ້​ປະກາດ​ນະ​ໂຍບາຍພົວພັນ​ຕ່າງປະ​ເທດ​ຂອງ​ຫວຽດນາມ, ​ໃນ​ນັ້ນ​ຖື​ເປັນ​ສຳຄັນ​ການ​ພົວພັນ​ກັບ​ອາ​ເມ​ລິ​ກາ ​ແລະ ກາ​ນາ​ດາ.

ຂ່າວ/ບົດ​ອື່ນ