ຄະນະຜູ້ແທນສະມາຄົມແມ່ຍິງກຳປູເຈຍເພື່ອສັນຕິພາບແລະພັດທະນາຂອງແຂວງ Kratie ເຮັດວຽກຢູ່ບິ່ງເຢືອງ

ຄະນະຜູ້ແທນສະມາຄົມແມ່ຍິງກຳປູເຈຍເພື່ອສັນຕິພາບແລະພັດທະນາຂອງແຂວງ Kratie ເຮັດວຽກຢູ່ບິ່ງເຢືອງ - ảnh 1
ທ່ານເຈີນ​ແທງ​ລຽມ ຕ້ອນ​ຮັບ​ທ່ານ​ນາງ Bon Sophi
(ພາບ: baobinhduong.vn)

(vovworld) - ​​​​ວັນ​ທີ 16/03, ຢູ່ຫ້ອງ​ການ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ບິ່ງ​ເຢືອ​ງ, ທ່ານ ເຈີນ​ແທງ​ລຽມ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ບິ່ງ​ເຢືອງ ໄດ້​ໃຫ​້​ການ​ຕ້ອນ​ຮັບ ແລະ ​ເຮັດ​ວຽກ​ກັບຄະ​ນ​ະ​ຜູ້​ແທນ​​ສະ​ມາ​ຄົມແມ່​ຍິງ​ກຳ​ປູ​ເຈຍ​ ເພື່ອ​ສັນ​ຕິ​ພາບ ແລະ​ ພັດ​ທະ​ນາ​ຂອງ​ແຂວງ Kratie, ໂດຍ​ທ່ານ​ນາງ Bon Sophi, ຮອງ​ປະ​ທານ​ແຂວງ Kratie ເປັ​ນ​ຫົວ​ໜ້າ​ຄະ​ນະ. ທີ່​ການ​ຕ້ອນ​ຮັບ, ທ່ານ ເຈີນ​ແທງ​ລຽ​ມ ໄດ້​ແນະ​ນຳ​ໂດຍ​​ສັງ​ເຂບ​ສະ​ພາບ​ ເສດ​ຖະ​ກິດ, ສັງ​ຄົມ​ຂອງ​ແຂວງ​ບິ່ງ​ເຢ​ືອງ. ການ​ນຳ​ແຂວງເນັ້ນ​ໜ​ັກ​ວ່າ: ບິ່ງ​ເຢືອງ ແລະ Kratie ມີ​ການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ດີ​ງາມ. 2 ຝ່າຍ​ໄດ້​ຈັດ​ຕັ້ງ​ການ​ຢ້ຽມ​ຢາມ, ເຮັດ​ວຽກເປັນ​ຫຼາຍ​ຄັ້ງ ແລະ ມີ​ການ​ຮ່ວມ​ມື​ໃນ​ຫຼາ​ຍ​ຂົງ​ເຂດ.

        ສ່ວນ​ທ່ານ​ນາງຮອງ​ປະ​ທານ​ແຂວງ Kratie, Bon Sophi ​ສະ​ແດງ​ຄວາມປາດ​ຖະ​ໜາ​ວ່າ, ຜ່ານ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້ ຈະ​ໄດ້​ຮ່ຳ​ຮຽນ​ ແລະ ແລກ​ປ່ຽນ​ບົດ​ຮຽນ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ສະ​ມາ​ຄົມ​ແມ່​ຍິງ, ວຽກ​ງານ​ການ​ສຶກ​ສາ, ວັດ​ທະ​ນະ​ທຳ, ​ສື່​ສານ​ໂຄ​ສະ​ນາ​ຂອງ​ແຂວງ​ບິ່ງເຢ​ືອງ ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖ​ິດ, ສັງ​ຄົມ​ແຂວງ Kratie.



ຂ່າວ/ບົດ​ອື່ນ