ຄະນະຜູ້ແທນຫວຽດນາມເຂົ້າຮ່ວມເວທີປາໄສ “ອາຊຽນ 47 ປີ: ພ້ອມກັນເຕີບໃຫຍ່” ຢູ່ມາເລເຊຍ

ຄະນະຜູ້ແທນຫວຽດນາມເຂົ້າຮ່ວມເວທີປາໄສ “ອາຊຽນ 47 ປີ: ພ້ອມກັນເຕີບໃຫຍ່” ຢູ່ມາເລເຊຍ - ảnh 1
ເວທີ​ປາ​ໄສ “ອາ​ຊຽນ 47 ປີ: ພ້ອມ​ກັນ​ເຕີບ​ໃຫຍ່”
(ພາບ: vietnamplus.vn)


(vovworld) –  ເວທີ​ປາ​ໄສ “ອາ​ຊຽນ 47 ປີ: ພ້ອມ​ກັນ​ເຕີບ​ໃຫຍ່” ດຳ​ເນີນ​ໄປ​ໃນ​ວັນ​ທີ 08/08, ຢູ່ Kuala Lumpur ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມ​ສະຫຼອງ 47 ປີ​ແຫ່ງ​ວັນ​ສ້າງ​ຕັ້ງອາ​ຊຽນ. ​ເວທີ​ປ​າ​ໄສ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ກວ່າ 100 ທ່ານທີ່​ມາ​ຈາກກວ່າ 20 ປະ​ເທດ​ໃນ​ໂລກ. ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ມາ​ເລ​ເຊຍ ຫງວຽນ​ຮົ່ງທາວ ​ເຂົ້າ​ຮ່ວມ​ກອງ​ປະຊຸມ ​ແລະ ​ເນັ້ນ​ໜັກ​ວ່າ​ ​ໃນ​ກວ່າ 4 ທົດ​ສະ​ວັດ​ຜ່ານ​ມາ, ອາ​ຊຽນ ​ໄດ້​ເຕີບ​ໃຫຍ່ ​ແລະ ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ອົງການ​ຈັດ​ຕັ້ງ​ພາກ​ພື້ນ​ທີ່​ໄດ້​ຮັບ​ຜົນສຳ​ເລັດ​ໃຫຍ່​ກວ່າ​ໝູ່​ຢູ່​ໃນ​ໂລກ. ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຮົ່ງທາວ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ​​​ໂດຍແມ່ນ​ໜຶ່ງ​ໃນ​ບັນດາປະ​ເທດ​ສະມາຊິກ​ກໍ່​ຕັ້ງ​ອາ​ຊຽນ, ມາ​ເລ​ເຊຍ ​ເປັນ​ປະທານອາ​ຊຽນ ​ໃນ​ປີ 2015 ຈະ​ມີ​ຄວາມ​ສາມາດ​ຢ່າງ​ພຽງພໍ​ເພື່ອ​ນຳ​ອາ​ຊຽນ ບັນລຸ​ຜົນສຳ​ເລັດ ກໍ່​ຄື​ກຳນົດ​ທິດ​ຢ່າງ​ຖືກຕ​້້ອງ​ໃຫ້​ບັນດາ​ບາດກ້າວ​ພັດທະນາ​ຕໍ່​ໄປ​ຂອງ​ກຸ່ມ​ພາຍຫຼັງ​ປີ 2015.

ຂ່າວ/ບົດ​ອື່ນ