ຄະນະຜູ້ແທນຫວຽດນາມເຂົ້າຮ່ວມເວທີປາໄສເສດຖະກິດສາກົນ Saint Petersburg ຄັ້ງທີ 24

(VOVWORLD) -ບັນດາຜູ້ແທນໄດ້ມີການເຈລະຈາຂັ້ນສູງແລກປ່ຽນກ່ຽວກັບບັນດາຜົນຮ້າຍຢ້ອນຫຼັງ, ສິ່ງທ້າທາຍເຊິ່ງໂລກລະບາດໂຄວິດ-19 ກໍ່ຂຶ້ນ ສຳລັບສະພາບການການເມືອງ-ສັງຄົມ, ຄວາມໝັ້ນຄົງ ແລະ ເສດຖະກິດທົ່ວໂລກ
ຄະນະຜູ້ແທນຫວຽດນາມເຂົ້າຮ່ວມເວທີປາໄສເສດຖະກິດສາກົນ Saint Petersburg ຄັ້ງທີ 24 - ảnh 1ທ່ານ ເຈິ່ນຕວນແອັງ, ຫົວໜ້າຄະນະເສດຖະກິດສູນກາງ ຂົ້າຮ່ວມເວທີປາໄສ
(ພາບ: TTXVN)

ໂດຍໄດ້ຮັບຄຳເຊີນຂອງລັດຖະບານສະຫະພັນລັດເຊຍ, ຄະນະຜູ້ແທນຫວຽດນາມ ໂດຍທ່ານ ເຈິ່ນຕວນແອັງ, ຫົວໜ້າຄະນະເສດຖະກິດສູນກາງນຳໜ້າ, ໄດ້ເຂົ້າຮ່ວມເວທີປາໄສເສດຖະກິດສາກົນ Saint Petersburg (SPIEF) ຄັ້ງທີ 24 ທາງອອນລາຍ, ເຊິ່ງຈັດຂຶ້ນຢູ່ນະຄອນ Saint Petersburg, ສະຫະພັນລັດເຊຍ. ທີ່ວາລະໄຂກອງປະຊຸມ, ບັນດາຜູ້ແທນໄດ້ມີການເຈລະຈາຂັ້ນສູງແລກປ່ຽນກ່ຽວກັບບັນດາຜົນຮ້າຍຢ້ອນຫຼັງ, ສິ່ງທ້າທາຍເຊິ່ງໂລກລະບາດໂຄວິດ-19 ກໍ່ຂຶ້ນ ສຳລັບສະພາບການການເມືອງ-ສັງຄົມ, ຄວາມໝັ້ນຄົງ ແລະ ເສດຖະກິດທົ່ວໂລກ, ກ່ຽວກັບບັນດາມາດຕະການ ແລະ ຄວາມມານະພະຍາຍາມລວມຂອງປະຊາຄົມສາກົນໃນການຮັບມືກັບໂລກລະບາດໂຄວິດ-19 ແລະ ຫຼາຍເນື້ອໃນສຳຄັນອື່ນໆ. ທີ່ເວທີປາໄສ, ທ່ານ ເຈິ່ງຕວນແອັງ ໄດ້ສະເໜີໃຫ້ບັນດາປະເທດຄວນສາມັກຄີກັນ, ເປັນເອກະພາບ ແລະ ມານະພະຍາຍາມຮ່ວມມືທົ່ວໂລກໃນບັນດາຂົງເຂດຄື: ການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ແລະ ແບ່ງປັນວັກຊິນ, ຮ່ວມມືດ້ານການຄ້າຫຼາຍຝ່າຍ, ຫຼີກລຽງການຂາດວັກຂາດຕອນໃນການສະໜອງທົ່ວໂລກ, ຕ້ານຄວາມອຶດຫິວທຸກຍາກ ແລະ ຖືກຕົກເຂົ້າໃນສະພາບອຶດຫິວ, ທຸກຍາກຄືນໃໝ່ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ