ຄະນະພັກການທະຫານສູນກາງອາຍຸການ 2020 – 2025 ກັບຫນ້າທີ່ຮັກສາສະພາບແວດລ້ອມສັນຕິພາບ,ສະຖຽນລະພາບເພື່ອສ້າງສາແລະພັດທະນາປະເທດຊາດ

(VOVWORLD) -ຕອນເຊົ້າວັນທີ 16 ທັນວາ,ຢູ່ ຮ່າໂນ້ຍ, ຄະນະພັກການທະຫານສູນກາງ ຈັດຕັ້ງກອງປະຊຸມຄັ້ງທີ 3 ອາຍຸການ 2020 – 2025 ເພື່ອຮັບຮອງເອົາບົດລາຍງານສະຫລຸບວຽກງານການທະຫານ, ການປ້ອງກັນຊາດປີ 2021, ກຳນົດທິດທາງການຊີ້ນຳປະຕິບັດຫນ້າທີ່ການທະຫານ,ການປ້ອງກັນຊາດ ແລະ ກໍ່ສ້າງອົງຄະນະພັກກອງທັບປີ 2022.

ຄະນະພັກການທະຫານສູນກາງອາຍຸການ 2020 – 2025 ກັບຫນ້າທີ່ຮັກສາສະພາບແວດລ້ອມສັນຕິພາບ,ສະຖຽນລະພາບເພື່ອສ້າງສາແລະພັດທະນາປະເທດຊາດ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ, ເລຂາຄະນະພັກການທະຫານສູນກາງເປັນປະທານກອງປະຊຸມ. (ພາບ:TTXVN)

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ, ເລຂາຄະນະພັກການທະຫານສູນກາງເປັນປະທານກອງປະຊຸມ.ເຂົ້າຮ່ວມກອງປະຊຸມ ມີທ່ານປະທານປະເທດ ຫງວຽນຊວນຟຸກ,ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ແລະບັນດາການນຳກະຊວງ, ຂະແຫນງການຕ່າງໆ ແລະຜູ້ແທນຄະນະພັກການທະຫານສູນກາງ.

ກ່າວຄຳເຫັນທີ່ກອງປະຊຸມ,ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ປາດຖະຫນາວ່າ:ທີ່ກອງປະຊຸມ,ບັນດາຜູ້ແທນສຸມໃສ່ຄົ້ນຄວ້າ, ປະກອບຄຳເຫັນປຶກສາຫາລື,ຕີລາຄາໃສ່ບົດລາຍງານສະຫລຸບວຽກງານການປະທານ,ການປ້ອງກັນຊາດປີ 2021 ແລະ ເປັນເອກະພາບກຳນົດທິດທາງຊີ້ນຳປະຕິບັດຫນ້າທີ່ການທະຫານ, ການປ້ອງກັນຊາດ ແລະ ກໍ່ສ້າງອົງຄະນະພັກການທະຫານປີ 2022 ແລະທັງອາຍຸການ.

ກ່ຽວກັບທິດທາງປະຕິບັດຫນ້າທີ່ປີ 2022, ບົນພື້ນຖານການຄາດຄະເນ, ຕີລາຄາການກະທົບຂອງສະພາບການໂລກ,ພາກພື້ນ, ກາລະໂອກາດ, ຄວາມສະດວກ, ສິ່ງທ້າທາຍ ແລະຄວາມຫຍຸ້ງຍາກທີ່ຊ້ອນແຝງກັນສົ່ງຜົນສະທ້ອນເຖິງຫນ້າທີ່ການທະຫານ, ການປ້ອງກັນຊາດ, ຄະນະພັກການທະຫານສູນກາງ ກຳນົດວ່າ: ທົ່ວກອງທັບ ກຽມພ້ອມຕໍ່ສູ້ຢ່າງສູງ ເພື່ອປົກປັກຮັກສາປະເທດ ຫວຽດນາມໃຫ້ໝັ້ນຄົງຫນັກແຫນ້ນ ປະກອບສ່ວນຮັກສາສັນຕິພາບ,ສະຖຽນລະພາບ ເພື່ອສ້າງສາ ແລະພັດທະນາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ