ຄະນະສະມາຊິກສະພາແຫ່ງຊາດຫວຽດນາມ ປະຕິບັດລາຍການພົບປະກັບຜູ້ມີສິດເລືອກຕັ້ງຢູ່ທ່້ອງຖິ່ນຕ່າງໆ

(VOVWORLD) -ທ່ານ ເຈິ່ນກວ໊ກເວື້ອງ ຜູ້ປະຈໍາການຄະນະເລຂາສູນກາງພັກ ແລະ ຄະນະສະມາຊິກສະພາແຫ່ງຊາດຫວຽດນາມຊຸດທີ 14 ແຂວງ ອຽນບ໊າຍ
ຄະນະສະມາຊິກສະພາແຫ່ງຊາດຫວຽດນາມ ປະຕິບັດລາຍການພົບປະກັບຜູ້ມີສິດເລືອກຕັ້ງຢູ່ທ່້ອງຖິ່ນຕ່າງໆ - ảnh 1 ທ່ານ ເຈິ່ນກວ໊ກເວື້ອງ ກ່າວຄໍາເຫັນທີ່ການພົບປະ (ພາບ: TTXVN)

ໂດຍປະຕິບັດລາຍການພົບປະກັບຜູ້ມີສິດເລືອກຕັ້ງກ່ອນດໍາເນີນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດຫວຽດນາມ, ວັນທີ 02 ພຶດສະພາ, ທ່ານ ເຈິ່ນກວ໊ກເວື້ອງ ຜູ້ປະຈໍາການຄະນະເລຂາສູນກາງພັກ ແລະ ຄະນະສະມາຊິກສະພາແຫ່ງຊາດຫວຽດນາມຊຸດທີ 14 ແຂວງ ອຽນບ໊າຍ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງຢູ່ບາງຕາແສງໃນບໍລິເວນນະຄອນ ອຽນບ໊າຍຂອງຫວຽດນາມ. ທີ່ການພົບປະ, ທ່ານ ເຈິ່ນກວ໊ກເວື້ອງ ໄດ້ຮັບເອົາບັນດາຄໍາເຫັນປະກອບຂອງຜູ້ມີສິດເລືອກຕັ້ງ; ພ້ອມທັງປາດຖະໜາວ່າ ຜູ້ມີສິດເລືອກຕັ້ງໃນບໍລິເວນແຂວງເພີ່ມທະວີວຽກງານຕິດຕາມກວດກາບັນດາການເຄື່ອນໄຫວຂອງບັນດາສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນ ແລະ ອໍານາດການປົກຄອງຂັ້ນຕ່າງໆໆ ເພື່ອໃຫ້ການເຄື່ອນໄຫວຂອງສະພາແຫ່ງຊາດ ແລະ ອໍານາດການປົກຄອງຂັ້ນຕ່າງໆ ນັບມື້ນັບດີກວ່າເກົ່າ.

        ໃນວັນດຽວກັນ, ທ່ານ ຟ້າມມິນຈິ໊ງ ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍຄະນະສະມາຊິກສະພາແຫ່ງຊາດ ແຂວງກວ໋າງນິງ ກໍໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງນະຄອນ ເກິ໋ມຝາ. ທ່ານຟ້າມມິນຈິ໊ງ ໄດ້ແຈ້ງໃຫ້ຜູ້ມີສິດເລືອກຕັ້ງຮັບຊາບກ່ຽວກັບບັນດາເນື້ອໃນຕົ້ນຕໍຂອງກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຊຸດທີ 14 ເຊິ່ງຈະດໍາເນີນໃນລະຫວ່າງວັນທີ 20 ພຶດສະພາ - 14 ມິຖຸນາ; ພ້ອມທັງຮັບເອົາບັນດາຄໍາເຫັນປະກອບຂອງຜູ້ມີສິດເລືອກຕັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ