ຄ້າຍ​ທະ​ຫານ​ສະ​ມາດ ຂອງ​ທະ​ຫານ​ຊ່າງ​ແສງ ຫວຽດ​ນາມ ຢູ່ ອາບ​ຟ​ຼິກ​ກາ ໃກ້​ຈະສ້າງ​ສຳ​ເລັດ

(VOVWORLD) - ທ່ານພັນເອກ ມາກດຶກຈ້ອງ, ຫົວໜ້າກອງທະຫານຊ່າງແສງເລກ 1 ໃຫ້ຮູ້ວ່າ ນີ້ແມ່ນຄ້າຍທະຫານແບບໃໝ່, ທັນສະໄໝ ທີ່ສຸດຂອງ ສປຊ.
ຄ້າຍ​ທະ​ຫານ​ສະ​ມາດ ຂອງ​ທະ​ຫານ​ຊ່າງ​ແສງ ຫວຽດ​ນາມ ຢູ່ ອາບ​ຟ​ຼິກ​ກາ ໃກ້​ຈະສ້າງ​ສຳ​ເລັດ - ảnh 1ທະຫານ ຫວຽດນາມ ພວມກໍ່ສ້າງກິດຈະກຳ (ພາບ:ກອງທະຫານຊ່າງແສງເລກ 2 )

ຕອນບ່າຍວັນທີ 16 ກຸມພາ, ກອງທະຫານຊ່າງແສງເລກ 2 ຂອງ ຫວຽດນາມ ທີ່ພວມປະຕິບັດໜ້າທີ່ຮັກສາສັນຕິພາບຢູ່ ຄະນະປະຕິບັດງານ ຂອງ ສປຊ ຢູ່ Abyei (UNISFA), ອາບຟຼິກກາ ໃຫ້ຮູ້ວ່າ: ກອງທະຫານຊ່າງແສງໄດ້ກໍ່ສ້າງໃກ້ຈະສຳເລັດ 3 module ເຮືອນຢູ່, ລະບົບບຳບັດນ້ຳ, ລະບົບ ກຳຈັດຂີ້ເຫຍື້ອ; ລະບົບໄຟສະຫວ່າງ, ລະບົບຄວາມໝັ້ນຄົງໃນການຕິດຕາມກວດກາ ແລະ ສ້າງທິວທັດທະມະຊາດສິ່ງແວດລ້ອມ…ເພື່ອນຳ ຄ້າຍທະຫານສະມາດ (Smart Camp) ເຂົ້າ ນຳໃຊ້ການ. ໂຄງການ ຄ້າຍທະຫານສະມາດ ໄດ້ຮັບການປະຕິບັດແຕ່ເດືອນເມສາປີ 2023 ແລະ ແບ່ງເປັນ 3 ໄລຍະ ດ້ວຍ 30 ກິດຈະກຳເຮືອນຢູ່ ແລະ ບັນດາກິດຈະກຳ ອຳນວຍຄວາມສະດວກຕ່າງໆ. ທ່ານພັນເອກ ມາກດຶກຈ້ອງ, ຫົວໜ້າກອງທະຫານຊ່າງແສງເລກ 1 ໃຫ້ຮູ້ວ່າ ນີ້ແມ່ນຄ້າຍທະຫານແບບໃໝ່, ທັນສະໄໝ ທີ່ສຸດຂອງ ສປຊ. ປັດຈຸບັນ ກອງທະຫານຊ່າງແສງເລກ 2 ຂອງ ຫວຽດນາມ ພວມກໍ່ສ້າງຄ້າຍທະຫານສະມາດ ໃຫ້ແກ່ ກົມກອງທະຫານ ເນປານ ຢູ່ສຳນັກງານຂອງຄະນະປະຕິບັດງານ UNISFA.

ຕອບກັບ

ຂ່າວ/ບົດ​ອື່ນ