ຄ້າຍພັກແລ້ງຊາວໜຸ່ມ,ນັກສຶກສາຫວຽດນາມຢູ່ເອີຣົບສຳເລັດຜົນຢ່າງຈົບງານ

ຄ້າຍພັກແລ້ງຊາວໜຸ່ມ,ນັກສຶກສາຫວຽດນາມຢູ່ເອີຣົບສຳເລັດຜົນຢ່າງຈົບງານ - ảnh 1
ຄ້າຍ​ພັກ​ແລ້ງຊາວ​ໜຸ່ມ, ນັກ​ສຶກສາ ຫວຽດນາມ
ຢູ່ ​ເອີຣົບ SiviTa Europa – Berlin 2015
(ພາບ: VanLong)

(vovworld) –​ ​ໃນ​ລະຫວ່າງ​ວັນ​ທີ 14 – 16/8, ຄ້າຍ​ພັກ​ແລ້ງຊາວ​ໜຸ່ມ, ນັກ​ສຶກສາ ຫວຽດນາມ ຢູ່ ​ເອີຣົບ (SiviTa Europa – Berlin 2015) ຄັ້ງ​ທຳ​ອິດ​ໄດ້​ຈັດ​ຕັ້ງ​ຢູ່​ນະຄອນຫລວງ Berlin ປະ​ເທດ ​ເຢຍລະ​ມັນ. ຊາວ​ໜຸ່ມ, ນັກ​ສຶກສາ ນັບ​​ພັນ​ຄົນ​ທີ່​ມາ​ຈາກ​ສູນ​ກາງ​ສະມາ​ຄົມ​ນັກ​ສຶກສາ ຫວຽດນາມ, ສະມາ​ຄົມ​ນັກ​ສຶກສາ ຫວຽດນາມ ຕ່າງໆຢູ່​ນະຄອນ ​ໂຮ່ຈີ​ມິນ, ຢູ່ ຝະລັງ, ອັງກິດ, ​ເຊັກ​ໂກ, ​ໂປ​ແລນ ​ແລະ ​ເຢຍລະ​ມັນ, ພ້ອມກັບຜູ້ຕາງໜ້າ​ມະຫາວິທະຍາ​ໄລ ຫວຽດນາມ - ​ເຢຍລະ​ມັນ ​​ໄດ້ເຂົ້າ​ຮ່ວມ. ​ໃນ​ສາມ​ວັນ​​ແຫ່ງ​ການຈັດ​ຕັ້ງ​ໄດ້​ມີການ​ເຄື່ອນ​ໄຫວທີ່​ມີ​ຄວາມ​ໝາຍຫລາຍ​ຢ່າງ, ​ໃນ​ນັ້ນ​​ເດັ່ນກ່ວາ​ໝູ່ ​ແມ່ນລາຍການ​ຊອກ​ຫາ​ ​ນັກ​ສຶກສາ ຫວຽດນາມ ຢູ່ ​ເຢຍລະ​ມັນ ​ແລະ ​ເອີຣົບ (Gala SiviTa ​ເອີຣົບ 2015) ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາມາດ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ແນະນຳ​ວິຊາ​ຊີບ, ​ເຫດການ​ທຳ​ອິດ​ໃນ​ຂອບ​ເຂດ​ຄ້າ​ຍພັກ​ແລ້ງ, ມີ​ບົດ​ປະກອບ​ຄຳ​ເຫັນເກືອບ 20 ສະບັບ ​ແມ່ນ​ການລວບ​ລວມພຶດຕິ​ກຳ​ຕົວ​ຈິງ​​ ຂອງບັນດາ​ນັກ​ສຶກສາ ຫວຽດນາມ ທີ່​ ພວມຮ່ຳຮຽນ, ຄົ້ນຄວ້າ ​ແລະ ​ເຮັດ​ວຽກ​ຢູ່ ​ເຢຍລະ​ມັນ ​ແລະ ​ເອີຣົບ. ບັນດາ​ບົດປະກອບ​ຄຳ​ເຫັນ​ນີ້ ມີ​ປະ​ໂຫຍ​ທີ່​ສຸດ​ສຳລັບ​ນັກ​ສຶກສາ​ທີ່​ຢາກ​ຊອກ​ຮູ້, ຮ່ຳຮຽນ ​ແລະ ​ເຮັດ​ວຽກຢູ່ ​ເຢຍລະ​ມັນ. ​ໃນ​ຂອບ​ເຂດ​ຄ້າຍ​ພັກ​ແລ້ງ, ສະມາຄົມ​ນັກ​ສຶກສາ ຫວຽດນາມ ຢູ່ ​ເຢຍລະ​ມັນ ກໍ​ດຳ​ເນີນ​ກ​ອງປະຊຸມ​ໃຫຍ່​​ໄລຍະ 2  ປີ 2015 – 2018.

 

ຂ່າວ/ບົດ​ອື່ນ