ຄາດ​ວ່າ ໄພ​ເງິນ​ເຟີ້​ຂອງ ຫວຽດ​ນາມ ໃນ​ປີ 2022 ຢູ່​ໃນ​ລະ​ດັບ​ຕ່ຳ​ກວ່າ 4%

(VOVWORLD) -ພື້ນຖານເສດຖະກິດ ຫວຽດນາມ ໄດ້ຮັບການຄາດຄະເນວ່າ ຈະໄດ້ຮັບການຟື້ນຟູ ແລະ ພັດທະນາຢ່າງແຮງ, ສ້າງກຳລັງໜູນຢ່າງໃຫຍ່ຫຼວງຕໍ່ໜ້າພຽງລາຄາ, ອັດຕາດອກເບ້ຍ, ອັດຕາແລກປ່ຽນເງິນຕາ ແລະ ໄພເງິນເຟີ້ ແຕ່ລະດັບເພີ່ມອັດຕາເງິນເຟີ້ຢູ່ ຫວຽດນາມ ໃນປີ 2022 ແມ່ນບໍ່ເປັນໜ້າວິຕົກກັງວົນ
ຄາດ​ວ່າ ໄພ​ເງິນ​ເຟີ້​ຂອງ ຫວຽດ​ນາມ ໃນ​ປີ 2022 ຢູ່​ໃນ​ລະ​ດັບ​ຕ່ຳ​ກວ່າ 4% - ảnh 1ປີ 2022, ພື້ນຖານເສດຖະກິດ ຫວຽດນາມ ໄດ້ຮັບການຄາດຄະເນວ່າ ຈະໄດ້ຮັບການຟື້ນຟູ ແລະ ພັດທະນາຢ່າງແຮງ (ພາບ: VOV)

ປີ 2022, ພື້ນຖານເສດຖະກິດ ຫວຽດນາມ ໄດ້ຮັບການຄາດຄະເນວ່າ ຈະໄດ້ຮັບການຟື້ນຟູ ແລະ ພັດທະນາຢ່າງແຮງ, ສ້າງກຳລັງໜູນຢ່າງໃຫຍ່ຫຼວງຕໍ່ໜ້າພຽງລາຄາ, ອັດຕາດອກເບ້ຍ, ອັດຕາແລກປ່ຽນເງິນຕາ ແລະ ໄພເງິນເຟີ້ ແຕ່ລະດັບເພີ່ມອັດຕາເງິນເຟີ້ຢູ່ ຫວຽດນາມ ໃນປີ 2022 ແມ່ນບໍ່ເປັນໜ້າວິຕົກກັງວົນ. ນີ້ແມ່ນຂໍ້ມູນໄດ້ຍົກອອກມາທີ່ກອງປະຊຸມສຳມະນາດ້ວຍຫົວຂໍ້ ສະພາບການຜັນແປຂອງຕະຫຼາດ, ລາຄາຢູ່ ຫວຽດນາມ ປີ 2021 ແລະ ການຄາດຄະເນປີ 2022 ທີ່ຈັດຂຶ້ນໃນຕອນເຊົ້າວັນທີ 4 ມັງກອນຢູ່ ຮ່າໂນ້ຍ.

        ທີ່ກອງປະຊຸມສຳມະນາ, ທ່ານຮອງສາດສະດາຈານ. ປອ. ດິງຈ້ອງທິ້ງ, ສະຖາບັນການເງິນ, ຄາດຄະເນວ່າ:

        “ແຜນການທຳອິດ, ປີ 2022, ພື້ນຖານເສດຖະກິດໂລກຄາດວ່າຈະມີການເຕີບໂຕຊ້າລົງ, ພື້ນຖານເສດຖະກິດຂອງ ຫວຽດນາມ ກໍມີການເຕີບໂຕຊ້າລົງ, ປະມານ 6 ຫາ 6,5%, ໄພເງິນເຟີ້ແມ່ນຢູ່ປະມານ 2,8 ຫາ 3,2%. ຖ້າຫາກວ່າ ແຜນການເສດຖະກິດໂລກມີການປັບຕົວໄດ້ເປັນຢ່າງດີກວ່າ, ການເຕີບໂຕກໍດີກວ່າ, ເວລານັ້ນ ພື້ນຖານເສດະກິດຂອງ ຫວຽດນາມ ອາດຈະມີການເຕີບໂຕດີ ແລະ ຖ້າພວກເຮົາຍັງສືບຕໍ່ຍາດແຍ່ງເອົາໂອກາດຈາກສັນຍາການຄ້າເສລີສະບັບຕ່າງໆນັ້ນ, ພວກເຮົາອາດຈະບັນລຸລະດັບການເຕີບໂຕປະມານ 7 ຫາ 7,5% ໃນປີ 2022 ແລະ ໃນກໍລະນີນີ້, ລະດັບເງິນເຟີ້ຂອງຫວຽດນາມ ອາດຈະຢູ່ໃນລະດັບແຕ່ 3,5 ຫາ 3,8%.”

ຕອບກັບ

ຂ່າວ/ບົດ​ອື່ນ