ຄຳຕັດສິນຂອງສານຕໍ່ບໍລິສັດ Monsanto ໄດ້ສ້າງຄວາມຫວັງໃຫ້ກໍລະນີຮ້ອງຟ້ອງກ່ຽວກັບທາດພິດສີສົ້ມຂອງ ຫວຽດນາມ

(VOVWORLD) - ຄຳຕັດສິນຂອງສານສະຫະລັດ California ຮຽກຮ້ອງໃຫ້ບໍລິສັດ Monsanto ຕ້ອງຊົດເຊີຍຈຳນວນເງິນ 289 ລ້ານ USD ໃຫ້ທ່ານ Dewayne Johnson, ຖືກພະຍາດມະເຮັງໄລຍະສຸດທ້າຍຍ້ອນໄດ້ນຳໃຊ້ຢາ Roundup ຂອງ Monsanto...

ສຳລັບ ຫວຽດນາມ ແລະ ສະຖານທີ່ບາງແຫ່ງຢູ່ໃນໂລກ, ບໍລິສັດ Monsanto ເຄີຍຕິດພັນກັບປະໂຫຍກທາດພິດສີສົ້ມ/ດີໂອຊິນ ໂດຍກອງທັບອາເມລິກາ ນຳໃຊ້ຄືດັ່ງຢາຂ້າຫຍ້າໃນໄລຍະທຳສົງຄາມ. ປີ 2004, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຫວຽດນາມ ໄດ້ຮ້ອງຟ້ອງ 37 ບໍລິສັດຜະລິດເຄມີ ອາເມລິກາ, ໃນນັ້ນມີ Monsanto. ວັນທີ 18 ເມສາ 2017, ສານສາກົນກ່ຽວກັບ Monsanto ຢູ່ ລາໄຮ, ປະເທດ ໂຮນລັງ ໄດ້ປະກາດຂໍ້ສະຫລຸບວ່າ: ບໍລິສັດ Monsanto ໄດ້ທຳລາຍສິ່ງແວດລ້ອມ, ກໍ່ຄວາມເສຍຫາຍສຳລັບປະຊາຊົນ ຫວຽດນາມ. ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ນິວຢອກ ຫວ່າງແລ້ວນີ້, ທ່ານນາງ Merle Ratner, ຜູ້ປະສານງານຂອງອົງການລະດົມການອຸປະຖຳ ແລະ ຄວາມຮັບຜິດຊອບສຳລັບຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ດີໂອຊິນ, ໃຫ້ຮູ້ວ່າ: ຄຳຕັດສິນຂອງສານສະຫະລັດ California ຮຽກຮ້ອງໃຫ້ບໍລິສັດ Monsanto ຕ້ອງຊົດເຊີຍຈຳນວນເງິນ 289 ລ້ານ USD ໃຫ້ທ່ານ Dewayne Johnson, ຖືກພະຍາດມະເຮັງໄລຍະສຸດທ້າຍຍ້ອນໄດ້ນຳໃຊ້ຢາ Roundup ຂອງ Monsanto ເພື່ອເບິ່ງແຍງບົດລະບັດສວນຂອງໂຮງຮຽນໃນຕະຫຼອດເກືອບ 30 ປີຜ່ານມາ, ມີລັກສະນະປະຫວັດສາດ, ຈະມີຜົນກະທົບເຖິງກໍລະນີຮ້ອງຟ້ອງຄ້າຍຄືກັນເພື່ອຕ້ານຄືນບໍລິສັດເຄມີ Monsanto.  ທ່ານນາງກໍ່ເຄີຍຮຽງບ່າຮຽງໄຫຼ່ກັບສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຫວຽດນາມ ໃນບັນດາກໍລະນີຮ້ອງຟ້ອງບັນດາບໍລິສັດເຄມີ ອາເມລິກາ, ໃນນັ້ນມີ Monsanto, ໃນເວລາຫຼາຍປີ. ທ່ານນາງໄດ້ຢັ້ງຢືນວ່າ ຈະສືບຕໍ່ຂົນຂວາຍອຳນາດການປົກຄອງ ອາເມລິກາ, ສະພາແຫ່ງຊາດ ອາເມລິກາ ມີບັນດາມາດຕະການໜູນຊ່ວຍແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດສີສົ້ມຢູ່ ຫວຽດນາມ, ພ້ອມທັງກະກຽມບັນດາເອກະສານນິຕິກຳ ເພື່ອບັງຄັບໃຫ້ບັນດາບໍລິສັດຜະລິດເຄມີ ອາເມລິກາ ຕ້ອງຊົດເຊີຍໃຫ້ບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ.

ຕອບກັບ

ຂ່າວ/ບົດ​ອື່ນ