ຄຳ​ສັ່ງ​ຂວ້ຳ​ບາດ​ຂອງ ອາ​ເມ​ລິ​ກາ ຖືກ​ຕຳ​ໜິ​ຕິ​ຕຽນ​ວ່າ​ແມ່ນ ສາຍ​ເຫດ​ສ້າງ​ບັນ​ດາ​ການ​ແຫ່​ຂະ​ບວນ​ປະ​ທ້ວງ​ຢູ່ ກູ​ບາ

(VOVWORLD) - ວັນທີ 12 ກໍລະກົດ, ທ່ານປະທານາທິບໍດີ ເມກຊີໂກ Andres Manuel Lopez Obrador ໄດ້ປະຕິເສດບັນດານະໂຍບາຍທີ່ມີລັກສະນະແຊກແຊງເຂົ້າສະພາບການຢູ່ ກູບາ, ພ້ອມທັງຮຽກຮ້ອງໃຫ້ ຢຸດຕິຄຳສັ່ງຂວ້ຳບາດດ້ານເສດຖະກິດຕໍ່ປະເທດນີ້.
ຄຳ​ສັ່ງ​ຂວ້ຳ​ບາດ​ຂອງ ອາ​ເມ​ລິ​ກາ ຖືກ​ຕຳ​ໜິ​ຕິ​ຕຽນ​ວ່າ​ແມ່ນ ສາຍ​ເຫດ​ສ້າງ​ບັນ​ດາ​ການ​ແຫ່​ຂະ​ບວນ​ປະ​ທ້ວງ​ຢູ່ ກູ​ບາ - ảnh 1ການແຫ່ຂະບວນປະທ້ວງ ຢູ່ Havana, ກູບາ (ພາບ: Reuters)

        ໃນການຖະແຫຼງຂ່າວທີ່ ໂທລະພາບໄດ້ຖ່າຍຖອດສົດ ໃນວັນທີ 12 ກໍລະກົດ, ທ່ານປະທານ ກູບາ Miguel Diaz Canel ໃຫ້ຮູ້ວ່າ ຜູ້ແຫ່ຂະບວນປະທ້ວງເກືອບທັງໝົດ ໃນວັນອາທິດທີ່ຜ່ານມາ ບໍ່ພໍໃຈກ່ຽວກັບສະພາບການດັບໄຟໃນລະດູຮ້ອນ ກໍ່ຄືຂາດສະບຽງອາຫານ ແລະ ສິນຄ້າທີ່ຈຳເປັນຈຳນວນໜຶ່ງ, ທຸກສິ່ງທຸກຢ່າງແມ່ນຍ້ອນຄຳສັ່ງຂວ້ຳບາດຂອງ ອາເມລິກາ. ຕາມທ່ານ Canal ແລ້ວ, ນີ້ແມ່ນສ່ວນໜຶ່ງໃນນະໂຍບາຍຂອງ ອາເມລິກາ ເພື່ອແນໃສ່ສ້າງຄວາມຂາດສະຖຽນລະພາບ, ຄວາມວຸ້ນວາຍ ແລະ ທຳລາຍເຈດຈຳນົງ ແລະ ຈິດໃຈຂອງ ກູບາ ແລະ ສື່ສັງຄົມໄດ້ຊ່ວຍໃຫ້ ອາເມລິກາ ເປີດກ້ວາງຍຸດທະສາດຕ້ານຄືນກູບາ. ທ່ານປະທານ ກູບາ ເນັ້ນໜັກວ່າ ຊາວກູບາມີສິດແຫ່ຂະບວນປະທ້ວງ ແລະ ຍົກອອກຄຳເຫັນຖ້າຫາກບັນດາການແຫ່ຂະບວນປະທ້ວງໄດ້ດຳເນີນຢ່າງສັນຕິພາບ.

        ສ່ວນສາກົນ, ວັນທີ 12 ກໍລະກົດ, ທ່ານປະທານາທິບໍດີ ເມກຊີໂກ Andres Manuel Lopez Obrador ໄດ້ປະຕິເສດບັນດານະໂຍບາຍທີ່ມີລັກສະນະແຊກແຊງເຂົ້າສະພາບການຢູ່ ກູບາ, ພ້ອມທັງຮຽກຮ້ອງໃຫ້ ຢຸດຕິຄຳສັ່ງຂວ້ຳບາດດ້ານເສດຖະກິດຕໍ່ປະເທດນີ້. ໃນຂະນະນັ້ນ, ລັດຖະບານ Nicaragua ໄດ້ກ່າວໂທດ ແລະ ກ່າວປະນາມກົນອຸບາຍກໍ່ຄວາມຂາດສະຖຽນລະພາບ ແລະ ເກາະຜິດຢ່າງຕໍ່ເນື່ອງ ສຳລັບ ລັດຖະບານ ກູບາ. ອຳນາດການປົກຄອງຂອງ ທ່ານປະທານາທິບໍດີ Daniel Ortega ໄດ້ກ່າວແຈ້ງເຖິງນ້ຳໃຈສາມັກຄີ ກັບກູບາ, ພ້ອມທັງຢັ້ງຢືນວ່າ ຈະຮ່ວມກັນສູ້ຮົບ ແລະ ເຊື່ອໝັ້ນວ່າ ບັນດາຊາດກ້າວໜ້າຈະພ້ອມກັນກ້າວຂຶ້ນທາງໜ້າ

ຕອບກັບ

ຂ່າວ/ບົດ​ອື່ນ