ຄຳສັ່ງຢຸດຍິງເພື່ອຈຸດໝາຍມະນຸດສະທຳຢູ່ Yemen ເລີ່ມມີຜົນສັກສິດ

ຄຳສັ່ງຢຸດຍິງເພື່ອຈຸດໝາຍມະນຸດສະທຳຢູ່ Yemen ເລີ່ມມີຜົນສັກສິດ - ảnh 1
(ພາບປະກອບ: baomoi.com)

​(vovworld) – ​ໃນ​​​ເວລາ 3 ​ໂມງ​ເຊົ້າ​ຂອງ​ວັນ​ທີ 13/05 (ຕາມ​ເວລາ​ຫວຽດນາມ), ຄຳ​ສັ່ງ​ຢຸດຍິງ​ຢູ່ Yemen ​​ໂດຍ​ຊະ​ອຸ​ດີ ອາຣາ​ເບຍ ສະ​ເໜີເລີ່​ມມີ​ຜົນ​ສັກສິດ, ພາຍຫຼັງ​ຫຼາຍ​ອາທິດ​ທີ່​ທະຫານ​ປະສົມ​ໂດຍ​ Riyadh ນຳ​ໜ້າ​ໄດ້​ຜັນ​ຂະຫຍາຍ​ບັນດາ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ແນ​ໃສ່​ກຳລັງ Houthi ​​ຊາວ​ມຸດ​ສະ​ລິ​ມນິກາຍ Shi’ite. ​ແຕ່​ວ່າ, ທະຫານ​ປະສົມ​ບັນດາ​ປະ​ເທດ​ອາຣັບ ກໍ່ຕັກ​ເຕື່ອນກຸ່ມ​ກະບົດ​ເຊິ່ງອີຣານ ໜູນ​ຫຼັງ​ນີ້​ວ່າ​ ​ເຂົ້າ​ເຈົ້າ​ຈະ​ໂຕ້​ຕອບ​ບໍ່​ວ່າການ​ໃຊ້​ຄວາມ​ຮຸ້ນ​ແຮງ​ໃດໆ. ​ເມື່ອຖືກຖາມ​ກ່ຽວ​ກັບ​ຄຳ​ສັ່ງ​ຢຸດ​ຍິງ​ມີ​ຜົນ​ສັກສິດຕາມກຳນົດ​​ເວລາ​ແມ່ນ​ໃນ ​ເວລາ 3 ​ໂມງ ວັນ​ທີ 13/05 (ຕາມ​ເວລາ​ຫວຽດນາມ) ຫຼື ບໍ່, ​ໂຄ​ສົກ​ທະຫານ​ປະສົມ, ​ພົນວາທີ Ahmed al Assiri ຢັ້ງຢືນ​ວ່າ “ຈະ​ປະຕິບັດ​​ໃນ​ເວລາ 23 ​ໂມງ (ຕາມ​ເວລາ​ທ້ອງ​ຖິ່ນ) ຢ່າງ​ຊັດ​​ເຈນ. ພວກ​ຂ້າພະ​ເຈົ້າ​ເຄົາລົບ​ຄຳ​ສັ່ງ​ຢຸດ​ຍິງ​ດັ່ງກ່າວ”. ​ແຕ່​ທະຫານ​ປະສົມ​ຈະ​ສືບ​ຕໍ​ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ສືບລາຊະການ​ລັບ ​ແລະ ຕິດຕາມ​ຢ່າງ​ໃກ​​້ຊິດ ​ເພື່ອ​ກະກຽມ​ການ​ໂຕ້​ຕອບ​ໃນ​ກໍ່​ລະ​ນີທີ່ຈຳ​ເປັນ.

ຂ່າວ/ບົດ​ອື່ນ