ຄຳສະເຫນີແນະຂອງທະນາຄານBNPກ່ຽວກັບການຫັນເປັນຫຸ້ນສ່ວນທີ່ມີຄວາມໝາຍຕໍ່ລັດຖະບານຫວຽດນາມ

ຄຳສະເຫນີແນະຂອງທະນາຄານBNPກ່ຽວກັບການຫັນເປັນຫຸ້ນສ່ວນທີ່ມີຄວາມໝາຍຕໍ່ລັດຖະບານຫວຽດນາມ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດີງ​ເຫ້ວ ແລ​ະ ທ່ານ Christian De Charnace, ຜູ້​ອຳ​ນວຍ​ການ​ໃຫ​ຍ່​ທະ​ນາ​ຄານ BNP Paribas



(vovworld)- ຕອນ​ບ່າຍ​ວັນ​ທີ 18/4, ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດີງ​ເຫ້ວ ແລະ ການ​ນຳ​ບາງ​ກະ​ຊວງ, ຂະ​ແຫນງ​ການ ໄດ້​ເຮັດ​ວຽກ​ກັບ​ຄະ​ນະ​ການ​ນຳ​​ທະ​ນາ​ຄານ BNP Paribas (ສ.ຝ​ລັ່ງ) ໂດຍ​ທ່ານ Christian De Charnace, ຜູ້​ອຳ​ນວຍ​ການ​ໃຫ​ຍ່​ທະ​ນາ​ຄານ BNP Paribas ພາກ​ພື້ນ ອາ​ຊີ ປາ​ຊີ​ຟີກ ນຳ​ຫ​ນ້າ ເພື່ອ​ແລກ​ປ່ຽນ​ກ່ຽວ​ກັບ​ບົດ​ຮຽນ​ຫັນ​ເປັນ​ຫຸ້ນ​ສ່ວນ, ຖອນ​ທຶນ​ຂອງ​ລັດ​ຢູ່​ບັນ​ດາ​​ລັດວິ​ສາ​ຫະ​ກິດທີ່​ໄດ້​ຮັບ​ການ​ຫັນ​ເປັນ​ຫຸ້ນ​ສ່ວນ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດີງ​ເຫ້ວ ຖື​ວ່າ: ບັນ​ດາ​ຄຳ​ສະ​ເຫ​ນີ​ແນະ​ຂອງ BNP Paribas ແມ່ນ​ມີ​ຄວາມ​ໝາຍ​ສຳ​ລັບ​ລັດ​ຖະ​ບານ​ຫວຽດ​ນາ​ມໃນ​ການ​ວາງ​ແຜນ​ກຳ​ນົດ ແລະ ສ້າງ​ນະ​ໂຍ​ບາຍ, ກົດ​ໝາຍ​ກ່ຽວ​ຂ້ອງ​ເຖິງ​ການ​​ຫັນເປັນ​ຫຸ້ນ​ສ່ວນ, ຖອນ​ທຶນ​ຂອງ​ລັດຢູ່ ວິ​ສາ​ຫະ​ກິດ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດີງ​ເຫ້ວ ສະ​ແດງ​ຄວາມ​ປາດ​ຖະ​ຫ​ນາ​ຢາກ​ໃຫ້ BNP Paribas ສືບ​ຕໍ່​ການ​ເຄື່ອນ​ໄຫວ​ຢູ່​ຫວຽດ​ນາມ ຢ່າງ​ມີ​ປະ​ສິດ​ທິ​ຜົນ​ກວ່າ, ພ້ອມ​ແລ້ວ​ໃຫ້​ຄຳ​ປຶກ​ສາ​ແກ່​ລັດ​ຖະ​ບານ, ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ​ຂອງ​ຫວຽດ​ນາມ ໃນ​ບັນ​ດາ​ຂົງ​ເຂດ​ກ່ຽວ​ຂ້ອງ.


ຕອບກັບ

ຂ່າວ/ບົດ​ອື່ນ