ຄ​ຳ​ໝັ້ນ​ສັນ​ຍາ​ຮັບ​ປະ​ກັນ​ລັກ​ສະ​ນະ​ເປີດ​ເຜີຍ, ໂປ່ງ​ໄສ​ໃນ​ທຸກໆ​ການ​ປະ​ກອບ​ສ່ວນ​ຂອງ​ປະ​ຊາ​ຊົນ

(VOVWORLD) -ທ່ານໂດວັນຈຽນ ກໍ່ຢັ້ງຢືນວ່າ ແນມໂຮມປະເທດຊາດ ໄດ້ປະຕິບັດໜ້າທີ່ຕິດຕາມກວດກາການແຈກຢາຍ, ນຳໃຊ້ແຫຼ່ງກຳລັງທີ່ໄດ້ຮັບການບໍລິຈາກ ໃຫ້ເປັນຢ່າງດີ ຮັບປະກັນຈະສົ່ງມາເຖິງມືບັນດາຜູ້ມີຄວາມຕ້ອງການຢ່າງແທດຈິງ ແລະ ມີປະສິດທິຜົນທີ່ສຸດ. 

ມາຮອດປັດຈຸບັນ, ບັນດາວິສາຫະກິດ, ບັນດາອົງການມະຫາຊົນ, ຜູ້ໃຈບູນໃຈກຸສົນ, ບັນດາອົງການຈັດຕັ້ງອາສາສະໝັກ ໄດ້ບໍລິຈາກເງິນເປັນຈຳນວນ 15 ພັນຕື້ ດົ່ງ ໃຫ້ແກ່ວຽກງານ ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຜ່ານຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ. ເມື່ອແລກປ່ຽນກັບສື່ມວນຊົນໃນຕອນບ່າຍວັນທີ 27 ສິງຫາ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດ໋ວັນຈຽນ ໃຫ້ຮູ້ວ່າ:

ແນວໂຮມປະເທດຊາດທຸກຂັ້ນ ໄດ້ນຳໃຊ້ຈຳນວນງົບປະມານນີ້ ເພື່ອໜູນຊ່ວຍຊື້ວັດຖຸອຸປະກອນການແພດ, ເຄື່ອງຂອງທີ່ຈຳເປັນ, ໜູນຊ່ວຍສັງຄົມ, ຮັບປະກັນໃຫ້ປະຊາຊົນຢູ່ເຂດປະຕິບັດການແຍກຕົວໃນສັງຄົມ ເພື່ອ ປ້ອງກັນ,ສະກັດກັ້ນໂລກລະບາດ ກິນອີ່ມນຸ່ງອຸ່ນ, ບໍ່ຂາດເຂີນບັນດາເຄື່ອງຂອງທີ່ຈຳເປັນ, ບໍ່ປະສົບກັບຄວາມຫຍຸ້ງຍາກເກີນໄປ ແລະ ບັນດາຜູ້ປະສົບກັບຄວາມຫຍຸ້ງຍາກ ລ້ວນແຕ່ໄດ້ຮັບການໜູນຊ່ວຍ.

ທ່ານໂດວັນຈຽນ ກໍ່ຢັ້ງຢືນວ່າ ແນມໂຮມປະເທດຊາດ ໄດ້ປະຕິບັດໜ້າທີ່ຕິດຕາມກວດກາການແຈກຢາຍ, ນຳໃຊ້ແຫຼ່ງກຳລັງທີ່ໄດ້ຮັບການບໍລິຈາກ ໃຫ້ເປັນຢ່າງດີ ຮັບປະກັນຈະສົ່ງມາເຖິງມືບັນດາຜູ້ມີຄວາມຕ້ອງການຢ່າງແທດຈິງ ແລະ ມີປະສິດທິຜົນທີ່ສຸດ. ພ້ອມກັນນັ້ນ ແນວໂຮມປະເທດຊາດ ໄດ້ຈັດຕັ້ງການພົບປະກັບຜູ້ຕາງໜ້າ ແລະ ລະດົມແພດໝໍ 3.000 ຄົນ ເດີນທາງໄປຍັງ ນະຄອນ ໂຮ່ຈີມິນ ແລະ ບັນດາແຂວງທາງພາກໃຕ້ ເພື່ອປ້ອງກັນ,ຕ້ານໂລກລະບາດໂຄວິດ - 19.

ແລະກໍ່ໃນຕອນບ່າຍວັນທີ 27 ສິງຫາ, ນະຄອນໂຮ່ຈີມິນ ໄດ້ຮັບວັດຖຸອຸປະກອນ ແລະ ພາຫະນະການແພດ, ໃນນັ້ນມີ ຊຸດກວດຫາເຊື້ອໄວຣັດ SARS-CoV-2 ໂດຍໄວ 500.000 ຊຸດ, ລົດສຸກເສີນພິເສດ 30 ຄັນ, ລົດສັກວັກຊິນກັນໂຄວິດ - 19 ເຄື່ອນທີີ່ 25 ຄັນ ດ້ວຍຍອດງົບປະມານ 161 ຕື້ດົ່ງ ຈາກບໍລິສັດຫຸ້ນສ່ວນ ລົດໂອໂຕ ເຈື່ອງຫ໋າຍ (Thaco).

ຕອບກັບ

ຂ່າວ/ບົດ​ອື່ນ