ງານຄອນເສີດ ຫວຽດນາມ - ຍີ່ປຸ່ນ ເຊີດຊູຄວາມງາມວັດທະນະທໍາ ອາຊີີຕາເວັນອອກ

(VOVWORLD) -ຕອນຄໍ່າວັນທີ 9 ກັນຍາ, ທີ່ຮ່າໂນ້ຍ, ງານຄອນເສີດ ຫວຽດນາມ - ຍີ່ປຸ່ນ ໄດ້ຈັດຕັ້ງຂຶ້ນ ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ - ຍີ່ປຸ່ນ (1973 – 2018). ງານຄອນເສີີດ ຫວຽດນາມ - ຍີ່ປຸ່ນ ໂດຍສະຖານີໂທລະພາບຫວຽດນາມ ສົມທົບກັບ ກະຊວງການຕ່າງປະເທດ, ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ຈັດຕັ້ງ, ເຊິ່ງໄດ້ຮັບການກໍາກັບ ແລະ ທໍາການຜະລິດ ໂດຍ         ພະແນກ ສິລະປະວັນນະຄະດີ - ໂທລະພາບຫວຽດນາມ.

ງານຄອນເສີດ ຫວຽດນາມ - ຍີ່ປຸ່ນ ເຊີດຊູຄວາມງາມວັດທະນະທໍາ ອາຊີີຕາເວັນອອກ - ảnh 1ງານ ຄອນເສີດ ຫວຽດນາມ - ຍີ່ປຸ່ນ

(ພາບ: TTXVN) 

ງານ ຄອນເສີດ ຫວຽດນາມ - ຍີ່ປຸ່ນ ແມ່ນລາຍການພົບປະແລກປ່ຽນສະແດງສິລະປະ ເພື່ອແນໃສ່  ເຊີດຊູບັນດາຄວາມງາມຂອງວັດທະນະທໍາ ອາຊີຕາເວັນອອກ ທີ່ເປັນມູນເຊື້ອຂອງສອງປະເທດ ໄດ້ປະສານກົມກ່ຽວກັນ ໃນຕະຫຼອດ 45 ປີ ຜ່ານມາ ດ້ວຍເນື້ອໃນຈິດໃຈມຸ່ງໄປເຖິງການຮ່ວມມື ເພື່ອໂລກ ແຫ່ງສັນຕິພາບ, ສະຖຽນລະພາບ  ແລະ ພ້ອມກັນພັດທະນາ. ງານຄອນເສີີດ ຫວຽດນາມ - ຍີ່ປຸ່ນ ໄດ້ເຕົ້າໂຮມບັນດານັກຮ້ອງ ແລະ ບົດເພງທີ່ໂດງດັງຂອງຫວຽດນາມ ແລະ ຍີ່ປຸ່ນ.

        ທີ່ເຫດການດັ່ງກ່າວ, ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນຮວ່າຍຈູງ ແລະ ທ່ານ ເອກອັກຄະລັດຖະທູດພິເສດ ຍີ່ປຸ່ນ - ຫວຽດນາມ, ທ່ານເອກອັກຄະລັດຖະທູດພິເສດ ຫວຽດນາມ - ຍີ່ປຸ່ນ Ryotaro Sugi ລ້ວນແຕ່ຮັບຮູ້ວ່າ ປີ 2018, ສອງປະເທດສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ການພົວພັນຄູ່ຮ່ວມມືຍຸດທະສາດອັນເລິກເຊິ່ງກວ້າງຂວາງ ຫວຽດນາມ - ຍີ່ປຸ່ນ ໄດ້ພັດທະນາເປັນຢ່າງດີ, ເຂັ້ມແຂງໃນຫຼາຍຂົງເຂດ. ເຫດການດັ່ງກ່າວແມ່ນເຫດການເພີ່ມເຕີມຄວາມຜູກພັນໃຫ້ເລິກເຊ່ິງກວ່າອີກ, ເພີ່ມທະວີຄວາມເຂົ້າໃຈ, ໄວ້ວາງໃຈ ເຊິ່ງກັນ ແລະກັນລະຫວ່າງປະຊາຊົນສອງປະເທດ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມື, ມິດຕະພາບລະຫວ່າງຫວຽດນາມ - ຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ