ງານຕະຫລາດນັດການຄ້າສາກົນຫວຽດນາມ-ກຳປູຈຍ

(VOVWORLD) -ງານຕະຫລາດນັດການຄ້າສາກົນ ຫວຽດນາມ - ກຳປູເຈຍ ຈະຖືກຈັດຂຶ້ນຢູ່ເທດສະບານ ຢາເຫງ໋ຍ ແຂວງ ດັກນົງ -ຫວຽດນາມ ແຕ່ວັນທີ 13-19 ທັນວາປີ 2018.

ເຂົ້າຮ່ວມງານຕະຫລາດນັດ ມີຮ້ານຄ້າ 400 ຮ້ານຂອງບາງປະເທດຄື: ກຳປູເຈຍ, ລາວ, ໄທ ແລະ ບັນດາວິສາຫະກິດຢູ່ຫລາຍແຂວງ, ນະຄອນໃນທົ່ວປະເທດຫວຽດນາມ. ງານຕະຫລາດນັດ ຍັງແນະນຳ, ໂຄສະນາຜະລິດຕະພັນກະເສດ, ອຸດສາຫະກຳ, ເຄື່ອງຫັດຖະກຳຂອງບັນດາວິສາຫະກິດ, ສະຫະກອນ, ຮາກຖານການຜະລິດດຳເນີນທຸລະກິດຢູ່ພາຍໃນປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ