ງານຕະຫລາດນັດສິນຄ້າຫວຽດນາມຄຸນນະພາບສູງຢູ່ມົດສະກູຈະດຳເນີນແຕ່ວັນທີ12/11-12/12/2015

ງານຕະຫລາດນັດສິນຄ້າຫວຽດນາມຄຸນນະພາບສູງຢູ່ມົດສະກູຈະດຳເນີນແຕ່ວັນທີ12/11-12/12/2015 - ảnh 1
(ງານ​ຕະຫລາດນັດ“ສິນຄ້າຫວຽດນາມ
ຄຸນ​ນະພາ​ບສູງມົ​ດສະກູ2015”)

(vovworld) – ​ ງານ​ຕະຫລາດນັດ “ສິນຄ້າ ຫວຽດນາມ ຄຸນ​ນະພາ​ບສູງ ມົ​ດສະກູ 2015” ຈະ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 12/11, ຢູ່ ມົດສະກູ (INCENTRA) ລັດ​ເຊຍ. ນີ້​ແມ່ນ​ຄັ້ງທຳ​ອິດ ທີ່ງານ​ຕະຫລາດນັດ - ຂາຍ​ “ສິນຄ້າ ຫວຽດນາມ ຄຸນ​ນະພາ​ບສູງ ມົ​ດສະກູ 2015” ​ໄດ້​ຈັດ​ຕັ້ງ​ເປັນ​ຄັ້ງ​ທຳ​ອິດ​ຢູ່ ສະຫະພັນ ລັດ​ເຊຍ ດ້ວຍ​ຈຸດປະສົງ ​​ແນະນຳ ​ແລະ ​ໂຄສະນາ​ສິນຄ້າ ຫວຽດນາມ ຄຸນ​ນະພາ​ບສູງ​ໃຫ້​ຜູ້​ອຸປະ​ໂພ​ກບໍລິ​ໂພ​ກ ລັດ​ເຊຍ, ສົ່ງ​ເສີມ​ການ​ຄ້າ ​ແລະ ການ​ລົງທຶນ​ຂອງ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ເຂົ້າສູ່​ຕະຫລາດ ລັດ​ເຊຍ. ມີວິ​ສາ​ຫະກິດ ຫວຽດນາມ 160 ກ່ວາ​ແຫ່ງ ​ແນະນຳ ​ແລະ ວາງສະ​ແດງ​ຂາຍ​ປະມານ 12 ພັນ​ປະ​ເພດ​ສິນຄ້າ ​ແລ​ະ ຜະລິດ​ຕະພັນ​ຂຶ້ນ​ກັບ 4 ກຸ່່ມ​ເຊັ່ນ: ຕ່ຳ​ແຜ່ນ​ຕັດຫຍິບ - ​ເກີບ​ໜັງ, ຜະລິດ​ຕະພັນ​ກະ​ເສດ - ສະບຽງ​ອາຫານ, ​ເຄື່ອງ​ໄມ້ - ​ເຟີ​ນີ​ເຈີ ​ແລະ ​ເຄື່ອງ​ທີ່​ລະນຶກ ຢູ່​ງານ​ຕະຫລາດນັດ​ນີ້.

        ງານ​ຕະຫລາດນັດ ຈະດຳ​ເນີນ​ໃນ​ສະພາວະ FTA ​ລະຫວ່າງ ຫວຽດນາມ ກັບ ພັນທະ​ມິດ​ເສດຖະກິດ ອາຊີ - ​ເອີຣົບ (EAEU) ​ໃກ້​ຈະ​ມີ​ຜົນ​ສັກສິດ, ຄາດ​ຄະ​ເນ​ວ່າ ຈະ​ສ້າງ​ບາດກ້າວ​ຂະຫຍາຍຕົວ​ອັນ​ໃຫຍ່​ຫລວງໃນ​ການ​ພົວພັນ​ການ​ຄ້າ​ລະຫວ່າງ ຫວຽດນາມ ​ແລະ ລັດ​ເຊຍ.

 

 

ຂ່າວ/ບົດ​ອື່ນ