ງານ​ຕະຫຼາດ​ນັດ​ການ​ທ່ອງ​ທ່ຽວ​ສາ​ກົນ​ນະ​ຄອນ ໂຮ່​ຈີ​ມິນ ຊອ​ກ​ຫາ​ມາດ​ຕະ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ແບບ​ຍືນ​ຍົງ

(VOVWORLD) - ຕອນເຊົ້າວັນທີ 7 ກັນຍາ, ງານຕະນັດການທ່ອງທ່ຽວສາກົນ ນະຄອນ ໂຮ່ຈີມິນ ຄັ້ງທີ 17 (ITE HCMC 2023) ໄດ້ໄຂຂຶ້ນຢ່າງເປັນທາງການໃນລະບົບການເຄື່ອນໄຫວສົ່ງເສີມການຄ້າ, ເວທີປາໄສ, ກອງປະຊຸມສຳມະນາ ເພື່ອແນໃສ່ບັນລຸໄດ້ບັນດາມາດຕະການເພີ່ມທະວີການຮ່ວມສຳພັນ, ພັດທະນາການທ່ອງທ່ຽວແບບຍືນຍົງ.
ງານ​ຕະຫຼາດ​ນັດ​ການ​ທ່ອງ​ທ່ຽວ​ສາ​ກົນ​ນະ​ຄອນ ໂຮ່​ຈີ​ມິນ ຊອ​ກ​ຫາ​ມາດ​ຕະ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ແບບ​ຍືນ​ຍົງ - ảnh 1ການນຳພັກ, ລັດ ແລະ ການນຳນະຄອນ ພ້ອມດ້ວຍແຂກຖືກເຊີນຕ່າງປະເທດ ຖ່າຍຮູບຢູ່ງານຕະຫຼາດນັດ (ພາບ: VOV)

ງານຕະຫຼາດນັດປີນີ້ ມີຫ້າງຮ້ານກວ່າ 400 ຮ້ານ ຂອງບັນດາອົງການສົ່ງເສີມການທ່ອງທ່ຽວແຫ່ງຊາດ ແລະ ທ້ອງຖິ່ນ, ສະມາຄົມການທ່ອງທ່ຽວ, ສະຖາບັນຄົ້ນຄວ້າການທ່ອງທ່ຽວ, ບໍລິສັດ, ສາຂາການທ່ອງທ່ຽວ, ອົງການພັກເຊົ່າ, ບໍລິສັດການບິນ… ນອກຈາກນັ້ນແລ້ວ, ຄະນະຈັດຕັ້ງ ຍັງໄດ້ຄັດເລືອກ ແລະ ເຊີນລູກຄ້າສາກົນ ທີ່ມາຈາກ 42 ປະເທດ ແລະ ເຂດແຄວ້ນ ເຊິ່ງເປັນບັນດາຕະຫຼາດທ່ອງທ່ຽວຈຸດສຸມ ແລະ ມີຄວາມບົ່ມຊ້ອນສຳລັບການທ່ອງທ່ຽວ ຫວຽດນາມ ມາແລກປ່ຽນ, ຮ່ວມມືພັດທະນາການທ່ອງທ່ຽວຢູ່ທັງ 2 ສົ້ນ. ທ່ານນາງ Mijung Hwang, ຫົວໜ້າຄະນະສາກົນທີ 2 ຂອງ ອົງການທ່ອງທ່ຽວ ເຊີອູນ (ສ.ເກົາຫຼີ), ໃຫ້ຮູ້ວ່າ ຫວຽດນາມ ແມ່ນຕະຫຼາດທ່ອງທ່ຽວຈຸດສຸມທີ່ມີກຳລັງບົ່ມຊ້ອນຫຼາຍຂອງ ສ.ເກົາຫຼີ ແລະ ກົງກັນຂ້າມ. ສ່ວນທ່ານນາງ Elena Karmanova, ຫົວໜ້າພະແນກດຳເນີນທຸລະກິດສາກົນຂອງ Vodohod Cruise and Travel, ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າຫວັງໄດ້ຕ້ອນຮັບແຂກທ່ອງທ່ຽວ ຫວຽດນາມ ໄປທ່ຽວຢູ່ Saint Petersburg ແລະ ສະຖານທີ່ອື່ນໆຢູ່ ລັດເຊຍ. ພວກຂ້າພະເຈົ້າພວມມານະພະຍາຍາມຟື້ນຟູການທ່ອງທ່ຽວ ແລະ ດຶງດູດແຂກທ່ອງທ່ຽວ ຫວຽດນາມ. ພວກຂ້າພະເຈົ້າ ກໍຫວັງວ່າ ງານຕະຫຼາດນັດນີ້ ຈະເປັນຂົວຕໍ່ ແລະ ພັດທະນາການທ່ອງທ່ຽວລະຫວ່າງ 2 ປະເທດ ຄືນໃໝ່.”

ຕອບກັບ

ຂ່າວ/ບົດ​ອື່ນ