ງານ​ຕະຫຼາດ​ນັດ​​ການ​ວາງ​ສະ​ແດງສາ​ກົນ​ອຸດ​ສາ​ຫະ​ກຳ ຫວຽດ​ນ​າມ ປີ 2023 (VIIS 2023)

(VOVWORLD) -  VIIS 2023 ດຶງດູດວິສາຫະກິດເກືອບ 200 ແຫ່ງທີ່ມາຈາກຫຼາຍປະເທດເຂົ້າຮ່ວມ, ເປັນຕົ້ນແມ່ນ ຫວຽດນາມ, ສ.ເກົາຫຼີ, ຈີນ, ຍີ່ປຸ່ນ, ອິນເດຍ… 
ງານ​ຕະຫຼາດ​ນັດ​​ການ​ວາງ​ສະ​ແດງສາ​ກົນ​ອຸດ​ສາ​ຫະ​ກຳ ຫວຽດ​ນ​າມ ປີ 2023 (VIIS 2023) - ảnh 1(ພາບປະກອບ: ຄະນະຈັດຕັ້ງ)

ງານຕະຫຼາດນັດການວາງສະແດງສາກົນອຸດສາຫະກຳ ຫວຽດນາມ ປີ 2023  (VIIS 2023) ດ້ວຍຫົວຂໍ້ “ສ້າງລະບົບສະໜອງແບບຍືນຍົງ” ຈະດຳເນີນໃນລະຫວ່າງວັນທີ 28 ມິຖຸນາ - 30 ມິຖຸນາ ຢູ່ສູນວາງສະແດງສາກົນ (ICE ຮ່າໂນ້ຍ - ເຮືອນເລກທີ 91 ຖະໜົນເຈິ່ນຮຶງດ້າວ, ຮ່າໂນ້ຍ).

        VIIS 2023 ມີການວາງສະແດງຕາມຂະແໜງການສະເພາະ, ລວມມີ: ງານວາງສະແດງລະບົບອຸດສາຫະກຳເຈ້ຍ ຫວຽດນາມ ຄັ້ງທີ 10 (Paper Chain Vietnam 2023); ງານວາງສະແດງສາກົນຢາງລົດ ແລະ ຢາງພາລາ ຫວຽດນາມ ຄັ້ງທີ 9; ງານວາງສະແດງສາກົນສີທາ ຫວຽດນາມ ຄັ້ງທີ 9; ງານວາງສະແດງສາກົນອຸດສາຫະກຳສິ່ງແວດລ້ອມຄັ້ງທີ 5.

        VIIS 2023 ດຶງດູດວິສາຫະກິດເກືອບ 200 ແຫ່ງທີ່ມາຈາກຫຼາຍປະເທດເຂົ້າຮ່ວມ, ເປັນຕົ້ນແມ່ນ ຫວຽດນາມ, ສ.ເກົາຫຼີ, ຈີນ, ຍີ່ປຸ່ນ, ອິນເດຍ… ໃນຂອບເຂດ VIIS 2023 ຍັງດຳເນີນເວທີປາໄສຊຸກຍູ້ການຮ່ວມມືຂະແໜງສີທາ ຈີນ ແລະ ຫວຽດນາມ; ກອງປະຊຸມສຳມະນາກ່ຽວກັບລະບົບສະໜອງອຸດສາຫະກຳຢາງພາລາ ຢູ່ ຫວຽດນາມ; ກອງປະຊຸມສຳມະນາກ່ຽວກັບລະບົບສະໜອງຂອງແຕ່ລະຂະແໜງການຜະລິດເຈ້ຍ, ແປ້ງເຈ້ຍ, ການພິມ ແລະ ການຫຸ້ມຫໍ່ອີກດ້ວຍ.

ງອກແອັງ

ຕອບກັບ

ຂ່າວ/ບົດ​ອື່ນ