ງານຕະຫຼາດນັດທ່ອງທ່ຽວສາກົນຫວຽດນາມ ດ້ວຍຫົວຂໍ້ “ສະພາບເປັນປົກກະຕິໃໝ່, ກາລະໂອກາດໃໝ່”

(VOVWORLD) -ຕາມຄະນະຈັດຕັ້ງແລ້ວ, ໄລ່ຮອດວັນທີ 31 ມີນາ, ມີ 450 ຫົວໜ່ວຍທີ່ມາຈາກ 40 ແຂວງ, ນະຄອນ ແລະ ຈາກ 4 ປະເທດ, ເຂດແຄ້ວນ
ງານຕະຫຼາດນັດທ່ອງທ່ຽວສາກົນຫວຽດນາມ ດ້ວຍຫົວຂໍ້ “ສະພາບເປັນປົກກະຕິໃໝ່, ກາລະໂອກາດໃໝ່” - ảnh 1(ພາບປະກອບ: TTXVN)

ທີ່ກອງປະຊຸມຖະແຫຼງຂ່າວເຊິ່ງດຳເນີນໃນວັນທີ 05 ເມສາ, ຢູ່ຮ່າໂນ້ຍ, ທ່ານຮອງປະທານສະຫະສະມາຄົມທ່ອງທ່ຽວຫວຽດນາມ ຫວູເທ໊ບິ່ງ ໃຫ້ຮູ້ວ່າ, ງານຕະຫຼາດນັດການທ່ອງທ່ຽວສາກົນຫວຽດນາມ - VITM ຮ່າໂນ້ຍ 2021 ຄາດວ່າຈະດຳເນີນໃນລະຫວ່າງວັນທີ 05 – 08 ພຶດສະພາ 2021 ດ້ວຍຫົວຂໍ້ “ສະພາບເປັນປົກກະຕິໃໝ່, ກາລະໂອກາດໃໝ່”.

        ສະຫະສະມາຄົມທ່ອງທ່ຽວຫວຽດນາມ ໄດ້ເລືອກເອົາຫົວຂໍ້ “ສະພາບເປັນປົກກະຕິໃໝ່, ກາລະໂອກາດໃໝ່” ເພື່ອແນໃສ່ຢັ້ງຢືນວ່າ, ຂະແໜງທ່ອງທ່ຽວດ້ວຍທ່າເປັນເຈົ້າການ, ຕັ້ງໜ້າຈະບືນຕົວຂຶ້ນ ຜ່ານຜ່າຄວາມຫຍຸ້ງຍາກເພື່ອຟື້ນຟູ ແລະ ພັດທະນາ. ຕາມຄະນະຈັດຕັ້ງແລ້ວ, ໄລ່ຮອດວັນທີ 31 ມີນາ, ມີ 450 ຫົວໜ່ວຍທີ່ມາຈາກ 40 ແຂວງ, ນະຄອນ ແລະ ຈາກ 4 ປະເທດ, ເຂດແຄ້ວນ (ຄື ໄທ, ສ.ເກົາຫຼີ, ຈີນ, ຍີປຸ່ນ, ໄຕຫວັນ (ຈີນ) ຈົດທະບຽນເຂົ້າຮ່ວມງານຕະຫຼາດນັດ ດ້ວຍຮ້ານວາງສະແດງສິນຄ້າປະມານ 350 ຮ້ານ. ໃນຂອບເຂດງານຕະຫຼາດນັດຄັ້ງນີ້ກໍ່ຍັງຈັດກອງປະຊຸມສຳມະນາສຳຄັນກ່ຽວກັບແຫຼ່ງຊັບພະຍາກອນດ້ານການທ່ອງທ່ຽວຫວຽດນາມ ໃນສະພາບເປັນປົກຕິໃໝ່…

        ກ່ອນທີ່ເປີດງານຕະຫຼາດນັດທ່ອງທ່ຽວສາກົນຫວຽດນາມ, ສະຫະສະມາຄົມທ່ອງທ່ຽວຫວຽດນາມ ໄດ້ສົມທົບກັບພະແນກທ່ອງທ່ຽວ, ສະຫະສະມາຄົມທ່ອງທ່ຽວແຂວງ ນິງບິ່ງ ຈັດ “ເວທີປາໄສທ່ອງທ່ຽວພາຍໃນປະເທດປະເທດ” ປີ 2021 ຢູ່ແຂວງ ນິງບິ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ