ງານ​ບຸນ Carnival ຮ່​ວາ​ບິ່ງ ປີ 2022

(VOVWORLD) - ຕອນບ່າຍວັນທີ 31 ກໍລະກົດ, ລຽບຕາມເສັ້ນທາງ ຈີລັງໄປຍັງສະໜາມຫຼວງ ຮ່ວາບິ່ງ, ງານບຸນ Carnival ຮ່ວາບິ່ງ ປີ 2022 ໄດ້ຮັບການຈັດຂຶ້ນຢ່າງຟົດຟື້ນ ເຂິ່ງໄດ້ດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວມາຮ່ວມເປັນຈຳນວນຫຼາຍ.

ງານ​ບຸນ Carnival ຮ່​ວາ​ບິ່ງ ປີ 2022 - ảnh 1ພາບປະກອບ: baohoabinh.com.vn

ລາຍການແຫ່ຂະຫບວນລວມມີ ລົດໃຫຍ່ 6 ຄັນ, ແຕ່ລະຄັນມີນັກສະແດງປະມານ 10 – 12 ຄົນ ທີ່ສະແດງວາດຟອ້ນຢູ່ຕະຫຼອດເສັ້ນທາງແຫ່ຂະບວນ. ບັນດາຄະນະແຫ່ຂະບວນຕາມຖະໜົນໄດ້ວາດພາບເຖິງບາງພິທີກຳຂອງວັນບຸນ, ການລະຫຼິ້ນພື້ນເມືອງ ຂອງ 6 ຊົນເຜົ່າຕົ້ນຕໍທີ່ພວມດຳລົງຊີວິດຢູ່ແຂວງ ຮ່ວາບິ່ງ, ພ້ອມທັງສະແດງບາງບົດຟ້ອນພື້ນເມືອງ ແລະ ທັນສະໄໝ ຂອງຫຼາຍປະເທດ. ຄະນະແຫ່ຂະບວນມີການເຂົ້າຮ່ວມຂອງນັກສິລະປະ, ນັກສະແດງທັງຢູ່ພາຍໃນ ແລະ ຕ່າງປະເທດ ທີ່ມາຈາກບັນດາປະເທດຄື: ຢູແກຼນ, ກຸຍບາ, ເບລາຣຸດ, ອຸເບກິດສະຖານ, ໂກລົມເບຍ ແລະ ອາກຊັງຕິນ

ຕອບກັບ

ຂ່າວ/ບົດ​ອື່ນ