ງານບຸນ ນາງ ຮານ ຂອງຊາວເຜົ່າຜູ້ໄທ ຢູ່ແຂວງ ລາຍເຈົາ

(VOVWORLD) - ໃນຊຸມປີມໍ່ໆມານີ້, ງານບຸນໄດ້ຮັບການຈັດຂຶ້ນປະຈຳປີ, ດຶງດູດການເຂົ້າຮ່ວມຂອງປະຊາຊົນ ແລະ ແຂກທ່ອງທ່ຽວຈາກທຸກສາລະທິດເຂົ້າຮ່ວມເປັນຈຳນວນຫຼາຍ.
ງານບຸນ ນາງ ຮານ ຂອງຊາວເຜົ່າຜູ້ໄທ ຢູ່ແຂວງ ລາຍເຈົາ - ảnh 1ພິທີກຳຕ່າງໆໃນງານບຸນ
(ພາບ:Khắc Kiên/VOV)

ງານບຸນ ນາງ ຮານ ໄດ້ຈັດຂຶ້ນໃນວັນທີ 5 – 6 ມີນາ (ກົງກັບວັນທີ 14 – 15 ເດືອນ 2 ໄລ່ຕາມຈັນທະປະຕິທິນ) ຢູ່ຕາແສງ ເມື່ອງຊໍ, ເມືອງຟອງໂຖ, ແຂວງ ລາຍເຈົາ. ງານບຸນນີ້ເພື່ອແນໃສ່ຕອບບຸນແທນຄຸນ ນັກວິລະຊົນຍິງ ນາງ ຮານ ທີ່ມີຄຸນງາມຄວາມດີໃນການຕີທັບມ້າງສັດຕູຜູ້ຮຸກຮານ ແລະ ພາວະນາຂໍຄວາມອິ່ມໜຳສຳລານ, ປະຊາຊົນຢູ່ເຢັນເປັນສຸກ, ລະດູບານເກັບກ່ຽວໄດ້ຮັບຜົນດີ. ໃນຂອບເຂດງານບຸນດັ່ງກ່າວ ມີການເຄື່ອນໄຫວຕ່າງໆຄື: ພິທີຖະຫວາຍບູຊາຢູ່ວິຫານ ນາງຮານ ດ້ວຍບັນດາພິທີກຳທີ່ເປັນເອກະລັກສະເພາະຄື: ບັນດາວາດຟ້ອນ, ອາຫານການກິນ; ການລະຫຼີ້ນພື້ນເມືອງ: ດຶກໝາກຄອນ, ດຶງເຊືອກ… ໃນຊຸມປີມໍ່ໆມານີ້, ງານບຸນໄດ້ຮັບການຈັດຂຶ້ນປະຈຳປີ, ດຶງດູດການເຂົ້າຮ່ວມຂອງປະຊາຊົນ ແລະ ແຂກທ່ອງທ່ຽວຈາກທຸກສາລະທິດເຂົ້າຮ່ວມເປັນຈຳນວນຫຼາຍ.

ຕອບກັບ

ຂ່າວ/ບົດ​ອື່ນ