ງານບຸນ ຟ໊າ​ເບົ່າ - ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ຂອງ​ພໍ່​ແມ່​ພີ່​ນ້ອງ​ເຜົ່າ ຂະ​ແມ

(VOVWORLD) - ງານບຸນ ຟ໊າເບົ່າ ຂອງພໍ່ແມ່ພີ່ນ້ອງເຜົ່າຂະແມ ໄດ້ຮັບການຮັບຮອງຈາກກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ວ່າ ເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ ໃນວັນທີ 20 ທັນວາ 2019.
ງານບຸນ ຟ໊າ​ເບົ່າ - ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ຂອງ​ພໍ່​ແມ່​ພີ່​ນ້ອງ​ເຜົ່າ ຂະ​ແມ - ảnh 1ປະຊາຊົນພາກັນລົງໜອງຫາປາ (ພາບ: TTXVN)

ວັນທີ 17 ມີນາ, ປະຊາຊົນເມືອງ ລົກນິງ, ແຂວງ ບິ່ງເຟືອກ ແລະ ບັນດາເຂດໃກ້ຄຽງ ໄດ້ເຕົ້າໂຮມກັນເປັນຈຳນວນຫຼາຍເພື່ອເຂົ້າຮ່ວມງານບຸນ ຟ໊າເບົ່າ ເຊິ່ງຖືກຈັດຂຶ້ນຢູ່ຕາແສງລົກແຄັງ. ງານບຸນ ຟ໊າເບົ່າ ຂອງພໍ່ແມ່ພີ່ນ້ອງເຜົ່າຂະແມ ໄດ້ຮັບການຮັບຮອງຈາກກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ວ່າ ເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ ໃນວັນທີ 20 ທັນວາ 2019.

        ງານບຸນ ຟ໊າເບົ່າ ໄດ້ເລີ່ມຂຶ້ນດ້ວຍພິທີກຳທີ່ເປັນມູນເຊື້ອໂດຍ ເຈົ້າເຫຼົ່າຂອງຕາແສງ ລົກແຄັງ ເປັນຜູ້ດຳເນີນ. ຫຼັງຈາກນັ້ນແມ່ນບັນດາການລະຫຼີ້ນພື້ນເມືອງ, ລາຍການສະແດງດົນຕີທີ່ເປັນເອກະລັກຂອງຊົນເຜົ່າ, ບັນດາບົດເພງ, ວາດຟ້ອນທີ່ເປັນມູນເຊື້ອຂອງປະຊາຄົມເຜົ່າຂະແມ. ຖັດຈາກນັ້ນ, ປະຊາຊົນກໍພາກັນລົງໜອງຫາປາ. ປາໃຫຍ່ໂຕທຳອິດ ຈະໄດ້ມອບໃຫ້ເຈົ້າເຫຼົ່າ. ທຸກຄົນຈະນຳຈຳນວນປາທີ່ຫາມາໄດ້ໄປປີ້ງ ແລະ ປຸງແຕ່ງບັນດາເຍື່ອງອາຫານທີ່ເປັນປະເພນີ ເພື່ອຮັບປະທານຢູ່ທີ່ງານບຸນ.

        ຜ່ານງານບຸນ, ພໍ່ແມ່ປະຊາຊົນເຜົ່າຂະແມ ກໍ່ພາວະນາຂໍໃຫ້ມີຄວາມສະຫງົບສຸກ, ສຸຂະພາບແຂງແຮງ, ລະດູການເກັບກ່ຽວໄດ້ຮັບຜົນດີ, ຕົ້ນໄມ້ໃບຫຍ້າຂຽວສົດງົດງາມ, ສັດສາວາສິ່ງເກີດແມ່ແຜ່ລູກ.


ຕອບກັບ

ຂ່າວ/ບົດ​ອື່ນ