ງານ​ບຸນ ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ ເມືອງ​ລໍ່ ໄດ້​ຮັບ​ລາງວັນ​ໃຫຍ່​ຂອງ ອາ​ເມ​ລິ​ກາ

(VOVWORLD) -   ເຫດການ ງານບຸນວັດທະນະທຳ, ການທ່ອງທ່ຽວ ເມື່ອງລໍ່ ແລະ ຄົ້ນຫາທັດສະນີຍະພາບລະດັບຊາດ ນາຂັ້ນໄດ ໝູ່ກາງຈ໋າຍ ໄດ້ຈັດຂຶ້ນຢູ່ຕາແສງ ເຫັຍໂລະ, ແຂວງ ອຽນບ໊າຍ ໃນເດືອນ ກັນຍາ 2019, ໄດ້ດຶງດູດຜູ້ເຂົ້າຮ່ວມກວ່າ 20.000 ຄົນ.
ງານ​ບຸນ ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ ເມືອງ​ລໍ່ ໄດ້​ຮັບ​ລາງວັນ​ໃຫຍ່​ຂອງ ອາ​ເມ​ລິ​ກາ - ảnh 1ງານບຸນວັດທະນະທຳ, ການທ່ອງທ່ຽວ ເມື່ອງລໍ່   ໄດ້ດຶງດູດນັກສິລະປະກອນ, ນັກສະແດງມະຫາຊົນແຂວງ ອຽນບ໊າຍ ເຂົ້າຮ່ວມ ຈຳນວນ 5.000 ຄົນ (ພາບ: Newday Media)

ຄະນະຈັດຕັ້ງລາງວັນ Stevie Awards  ຄັ້ງທີ 17 ໄດ້ມອບລາງວັນທີໜຶ່ງ ໃນລາຍການ ບັ້ນສື່ມວນຊົນແຫ່ງປີ ໃຫ້ແກ່ງານບຸນວັດທະນະທຳ, ການທ່ອງທ່ຽວ ເມື່ອງລໍ່ ປີ 2019 ແລະ ລາງວັນທີສອງ ໃນລາຍການ ໂຄງການວົງຄະນະຍາດແຫ່ງປີ ໃຫ້ແກ່ລາຍການຟ້ອນ ແຊ່ຂະໜາດໃຫຍ່ທີ່ສຸດຂອງ ຫວຽດນາມ, ເຊິ່ງເປັນການເຄື່ອນໄຫວອະນຸລັກຮັກສາ ແລະ ເສີມຂະຫຍາຍສີສັນຂອງວົງຄະນະຍາດໃຫ້ວາດຟ້ອນທີ່ເປັນມູນເຊື້ອຂອງພໍ່ແມ່ປະຊາຊົນຊາວເຜົ່າ ໄທ.

        ຫົວໜ່ວຍຈັດຕັ້ງເຫດການ, Newday Media ໄດ້ກາຍເປັນບໍລິສັດສື່ມວນຊົນແຫ່ງທຳອິດຂອງຫວຽດນາມ ໄດ້ຮັບລາງວັນສູງສຸດນີ້ ຈາກອົງການ Stevie Awards ຢູ່ ອາເມລິກາ.

        ເຫດການ ງານບຸນວັດທະນະທຳ, ການທ່ອງທ່ຽວ ເມື່ອງລໍ່ ແລະ ຄົ້ນຫາທັດສະນີຍະພາບລະດັບຊາດ ນາຂັ້ນໄດ ໝູ່ກາງຈ໋າຍ ໄດ້ຈັດຂຶ້ນຢູ່ຕາແສງ ເຫັຍໂລະ, ແຂວງ ອຽນບ໊າຍ ໃນເດືອນ ກັນຍາ 2019, ໄດ້ດຶງດູດຜູ້ເຂົ້າຮ່ວມກວ່າ 20.000 ຄົນ. ພິເສດ ແລະ ເປັນໜ້າປະທັບໃຈທີ່ສຸດໃນລາຍການດັ່ງກ່າວ ແມ່ນການຟ້ອນ “ແຊ່ ໄທ - ສິ່ງຍອດຍິ່ງຂອງຊາດ” ໄດ້ດຶງດູດນັກສິລະປະກອນ, ນັກສະແດງມະຫາຊົນແຂວງ ອຽນບ໊າຍ ເຂົ້າຮ່ວມ ຈຳນວນ 5.000 ຄົນ.


ຕອບກັບ

ຂ່າວ/ບົດ​ອື່ນ