ງານ​ບຸນ ເຂົ້າ​ໜົມ​ພື້ນ​ບ້ານ​ພາກ​ໃຕ້ ຫວຽ​ດ​ນາມ ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ມາຢ້​ຽມ​ຊົມ​ກວ່າ 870.000 ເທື່ອ​ຄົນ

(VOVWORLD) - ງານບຸນເຂົ້າໜົມພື້ນບ້ານພາກໃຕ້ ຫວຽດນາມ ຄັ້ງທີ XI ປີ 2024 ໄດ້ອັດລົງໃນຕອນຄ່ຳວັນທີ 21 ເມສາ. ງານບຸນດັ່ງກ່າວ ໄດ້ດຶງດູດແຂກມາຢ້ຽມຊົມ ແລະ ຄົ້ນຫາຕົວຈິງກັບວັດທະນະທຳອາຫານການກິນ ຫຼາຍກວ່າ 870.000 ເທື່ອຄົນ. 
ງານ​ບຸນ ເຂົ້າ​ໜົມ​ພື້ນ​ບ້ານ​ພາກ​ໃຕ້ ຫວຽ​ດ​ນາມ ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ມາຢ້​ຽມ​ຊົມ​ກວ່າ 870.000 ເທື່ອ​ຄົນ - ảnh 1    ງານບຸນເຂົ້າໜົມພື້ນເມືອງພາກໃຕ້ ຫວຽດນາມ “ເຂັ້ມຂົ້ນໄປດ້ວຍລົດຊາດພາກໃຕ້ຫວຽດນາມ” (ພາບ: TTXVN)

ພາຍໃນ 5 ວັນ (ແຕ່ວັນທີ 17 – 21 ເມສາ) ໄດ້ດຳເນີນກິດຈະກຳທີ່ດູດດື່ມຫຼາຍຢ່າງ, ງານບຸນເຂົ້າໜົມພື້ນບ້ານພາກໃຕ້ ຫວຽດນາມ ຄັ້ງທີ XI ປີ 2024 ໄດ້ອັດລົງໃນຕອນຄ່ຳວັນທີ 21 ເມສາ. ງານບຸນດັ່ງກ່າວ ໄດ້ດຶງດູດແຂກມາຢ້ຽມຊົມ ແລະ ຄົ້ນຫາຕົວຈິງກັບວັດທະນະທຳອາຫານການກິນ ຫຼາຍກວ່າ 870.000 ເທື່ອຄົນ, ອັນໄດ້ປະກອບສ່ວນຊຸກຍູ້ບັນດາຂະແໜງທ່ອງທ່ຽວຂອງ ເກີ່ນເທີ ພັດທະນາ.

              ງານບຸນເຂົ້າໜົມພື້ນເມືອງພາກໃຕ້ ຫວຽດນາມ “ເຂັ້ມຂົ້ນໄປດ້ວຍລົດຊາດພາກໃຕ້ຫວຽດນາມ”, ແມ່ນສະຖານທີ່ດຶງດູດແຂກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃນໂອກາດວັນບູຊາເຈົ້າຊີວິດຮຸ່ງ. ງານບຸນປີນີ້ ມີຮ້ານຂາຍເຄື່ອງທັງໝົດກວ່າ 200 ບຸດ, ເຊິ່ງໄດ້ວາງຂາຍ: ເຂົ້າໜົມພື້ນບ້ານ, ອາຫານການກິນ ແລະ ບັນດາຜະລິດຕະພັນ OCOP ພ້ອມດ້ວຍຜະລິດຕະພັນທີ່ເປັນເອກະລັກຂອງເຂດພາກອີກດ້ວຍ.

              ນອກຈາກນັ້ນແລ້ວ, ໃນງານບຸນນີ້ ຍັງດຶງດູດນັກສິລະປະກອນກວ່າ 100 ຄົນທີ່ມາຈາກບັນດາເຂດພາກໃນທົ່ວປະເທດເຂົ້າຮ່ວມການແຂ່ງຂັນ ແລະ ແນະນຳການເຮັດເຂົ້າໜົມພື້ນບ້ານອີກດ້ວຍ.


ຕອບກັບ

ຂ່າວ/ບົດ​ອື່ນ