ງານບຸນຂອງຂວັນ ຮ່າໂນ້ຍ ປະກອບສ່ວນໂຄສະນາການທ່ອງທ່ຽວນະຄອນຫຼວງ

(VOVWORLD) -ງານບຸນດັ່ງກ່າວຈະຈັດການເຄື່ອນໄຫວຫຼາຍຢ່າງທີ່ດູດດື່ມຄື: ເຂດວັດທະນະທຳໝູ່ບ້ານອາຊີບ; ເຂດວິສາຫະກິດດຳເນີນທຸລະກິດການບໍລິການທ່ອງທ່ຽວ; ເຂດຜະລິດຕະພັນວິສາຫະກິດໜຸ່ມປະດິດຄິດສ້າງ
ງານບຸນຂອງຂວັນ ຮ່າໂນ້ຍ ປະກອບສ່ວນໂຄສະນາການທ່ອງທ່ຽວນະຄອນຫຼວງ - ảnh 1ງານບຸນຂອງຂວັນ ຮ່າໂນ້ຍ ປີ 2022 ໃນລະຫວ່າງວັນທີ 29 ເມສາ - 01 ພຶດສະພາ
(ພາບປະກອບ: Nguyễn Quang)

ນະຄອນ ຮ່າໂນ້ຍ ຈະຈັດງານບຸນຂອງຂວັນ ຮ່າໂນ້ຍ ປີ 2022 ໃນລະຫວ່າງວັນທີ 29 ເມສາ - 01 ພຶດສະພາ. ຈະມີຮ້ານວາງສະແດງປະມານ 100 ຮ້ານທີ່ຕັ້ງຢູ່ບໍລິເວັນອ້ອນແອ້ມໜອງ ຮ່ວານກຽມ, ອະນຸສາວະລີ ລິທາຍໂຕ, ເຮືອນ 8 ແຈ, ຄຸ້ມຖະໜົນສາຍ ເລແທກ - ເລລາຍ, ຫໍເຍົາວະຊົນ ຮ່າໂນ້ຍ (ເມືອງ ຮ່ວານກຽມ).

      ງານບຸນດັ່ງກ່າວຈະຈັດການເຄື່ອນໄຫວຫຼາຍຢ່າງທີ່ດູດດື່ມຄື: ເຂດວັດທະນະທຳໝູ່ບ້ານອາຊີບ; ເຂດວິສາຫະກິດດຳເນີນທຸລະກິດການບໍລິການທ່ອງທ່ຽວ; ເຂດຜະລິດຕະພັນວິສາຫະກິດໜຸ່ມປະດິດຄິດສ້າງ; ເຂດວາງສະແດງພາບຖ່າຍທ່ອງທ່ຽວທີ່ສວຍງາມຂອງ ຮ່າໂນ້ຍ…

      ເນື່ອງໃນໂອກາດນີ້, ມີຫຼາຍຜະລິດຕະພັນທ່ອງທ່ຽວໃໝ່ຂອງ ຮ່າໂນ້ຍ ກໍ່ຈະໄດ້ແນະນຳເຖິງແຂກທີ່ມາຢ້ຽມຊົມ, ປະກອບສ່ວນໂຄສະນາການທ່ອງທ່ຽວຂອງນະຄອນຫຼວງ.

ຕອບກັບ

ຂ່າວ/ບົດ​ອື່ນ