ງານບຸນຄົ້ນຫາທັດສະນີຍະພາບລະດັບຊາດ ນາຂັ້ນໄດ ມູກາງຈາຍ

(VOVWORLD) - ສັບປະດາວັດທະນະທຳ - ທ່ອງທ່ຽວງານບຸນຄົ້ນຫາທັດສະນີຍະພາບລະດັບຊາດ ນາຂັ້ນໄດ ມູກາງຈາຍ ດ້ວຍຫົວຂໍ້ວ່າ “ເຂົ້ານາສຸກເຫຼືອງອາຮາມເຂດພູດອຍ” 
ງານບຸນຄົ້ນຫາທັດສະນີຍະພາບລະດັບຊາດ ນາຂັ້ນໄດ ມູກາງຈາຍ - ảnh 1 (ພາບປະກອບ)

ຈະໄຂຂຶ້ນຢ່າງເປັນທາງການໃນວັນທີ 22 ກັນຍາ 2017 ທີ່ເທດສະບານ ເຫງຍໂຫຼະ ແຂວງ ອຽນບ໋າຍ. ໃນລະຫວ່າງວັນທີ 21 – 27 ກັນຍາ, ແຂກທ່ອງທ່ຽວຈະໄດ້ຄົ້ນຫາຕົວຈິງກ່ຽວກັບບັນດາຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະຂອງພໍ່ແມ່ປະຊາຊົນບັນດາເຜົ່າເຂດພູສູງ ມູກາງຈາຍ ໂດຍຜ່ານບັນດາການເຄື່ອນໄຫວວັດທະນະທຳ, ກິລາ, ທ່ອງທ່ຽວຄື: ການແຂ່ງຂັນເປົ່າແຄນຂອງຊົນເຜົ່ານົ້ງເມືອງ ມູກາງຈາຍ; Festival ຈ້ອງບິນເວີ່ນ “ໃນລະດູຍາມເຂົ້າສຸກເຫລືອງ” ສະເຫຼີມສະຫຼອງ 5 ປີແຫ່ງການເຄື່ອນໄຫວຈ້ອງບິນເວີ່ນຢູ່ກີ່ວເຂົ້າຟ້າ; ຕະຫລາດເຂດພູດອຍ; ວາງສະແດງຮູບຖ່າຍ “ມູກາງຈາຍ - ການທ່ອງທ່ຽວທີ່ເປັນເອກະລັກສະເພາະ”…

 

ຕອບກັບ

ຂ່າວ/ບົດ​ອື່ນ