ງານບຸນຊ້າງ ໄຊຍະບູລີ ປີ 2021 ຈະຈັດຂຶ້ນດ້ວຍຂອບຂະໜາດນ້ອຍກວ່າ

(VOVWORLD) -ອຳນາດການປົກຄອງແຂວງ ໄຊຍະບູລີ, ປະເທດລາວ ຫາກໍ່ແຈ້ງໃຫ້ຊາບວ່າ, ຈະຈັດງານບຸນຊ້າງ ໄຊຍະບູລີ ປີ 2021 ເປັນເວລາ 1 ວັນຄືວັນທີ 13 ກຸມພາ 2021

ງານບຸນຊ້າງ ໄຊຍະບູລີ ປີ 2021 ຈະຈັດຂຶ້ນດ້ວຍຂອບຂະໜາດນ້ອຍກວ່າ - ảnh 1ງານບຸນຊ້າງ ໄຊຍະບູລີ ປີ 2021 ຈະຈັດເປັນເວລາ 1 ວັນຄືວັນທີ 13 ກຸມພາ 2021

(ພາບອີນເຕີແນັດ)

ອຳນາດການປົກຄອງແຂວງ ໄຊຍະບູລີ, ປະເທດລາວ ຫາກໍ່ແຈ້ງໃຫ້ຊາບວ່າ, ຈະຈັດງານບຸນຊ້າງ ໄຊຍະບູລີ ປີ 2021 ເປັນເວລາ 1 ວັນຄືວັນທີ 13 ກຸມພາ 2021 ເພື່ອແນໃສ່ຮັບປະກັນຄວາມປອດໄພຕໍ່ໜ້າສະພາບການສັບສົນຈາກໂລກລະບາດໂຄວິດ-19. ຄະນະຈັດຕັ້ງພຽງຈັດການເຄື່ອນໄຫວນ້ອຍຄື: ການແຮ່ຊ້າງ 21 ໂຕຢູ່ອ້ອມສະໜາມຫຼວງ; ມີການບາສີສູ່ຂວັນໃຫ້ຊ້າງ ແລະ ນຳຊ້າງກິນອາຫານບຸບເຟ. ນອກນີ້, ຍັງຈະມີຮ້ານວາງສະແດງສິນຄ້າຈຳນວນໜຶ່ງທີ່ເປັນຜະລິດຕະພັນຂອງແຂວງ ກໍຄືບັນດາແຂວງໃກ້ຄຽງ.

ງານບຸນຊ້າງ ໄດ້ຈັດຕັ້ງເປັນຄັ້ງທຳອິດໃນປີ 2007 ດ້ວຍຈຸດປະສົງແມ່ນປະກອບສ່ວນອະນຸລັກຮັກສາຄວາມງາມທາງດ້ານວັດທະນະທຳ, ສະແດງໃຫ້ເຫັນການພົວພັນໃກ້ຊິດລະຫວ່າງຄົນກັບຊ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ