ງານບຸນດອກຊາກູຣະຍີ່ປຸ່ນ-ຮ່າໂນ້ຍ 2019 ດຶງດູດຜູ້ຢ້ຽມຊົມປະມານ 1 ລ້ານເທື່ອຄົນ

(VOVWORLD) -ຕອນບ່າຍວັນທີ 31 ມີນາ, ຄະນະຈັດຕັ້ງງານບຸນດອກຊາກູຣະຍີ່ປຸ່ນ - ຮ່າໂນ້ຍ 2019 ໄດ້ຕົກລົງແກ່ຍາວງານບຸນຕື່ມອີກ 1 ວັນ, ເພື່ອຮັບໃຊ້ປະຊາຊົນ ແລະ ນັກທ່ອງທ່ຽວມາຢ້ຽມຊົມຮອດເວລາ 22 ໂມງ ຂອງວັນທີ 01 ເມສາ.

ງານບຸນດອກຊາກູຣະຍີ່ປຸ່ນ-ຮ່າໂນ້ຍ 2019 ດຶງດູດຜູ້ຢ້ຽມຊົມປະມານ 1 ລ້ານເທື່ອຄົນ - ảnh 1 ງານບຸນດອກຊາກູຣະຍີ່ປຸ່ນ-ຮ່າໂນ້ຍ 2019

(ພາບ: dantri.com.vn)

ນີ້ແມ່ນປີທີ 4 ຢ່າງລຽນຕິດງານບຸນໄດ້ຮັບການຈັດຕັ້ງ ແລະ ຄະນະຈັດຕັ້ງລ້ວນແຕ່ແກ່ຍາວງານບຸນແຕ່ 1 ຫາ 2 ວັນ. ຂໍ້ຕົກລົງແກ່ຍາວເວລາງານບຸນໂດຍອີງໃສ່ພື້ນຖານທີ່ວ່າ ດອກຊາກູຣະ ທີ່ວາງສະແດງຢູ່ງານບຸນ ຍັງຮັບປະກັນຄວາມງາມຂອງມັນ. ໄລ່ຮອດທ້າຍວັນທີ 31 ມີນາ, ງານບຸນນີ້ໄດ້ດຶງດູດຜູ້ມາຢ້ຽມຊົມເກືອບ 1 ລ້ານເທື່ອຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ